ງານວາງສະແດງຜົນງານດ້ານເສດຖະກິດ,ສັງຄົມຂອງປະເທດຊາດຈະຖືກໄຂຂຶ້ນໃນຕອນຄໍ່າວັນທີ28/08

ງານວາງສະແດງຜົນງານດ້ານເສດຖະກິດ,ສັງຄົມຂອງປະເທດຊາດຈະຖືກໄຂຂຶ້ນໃນຕອນຄໍ່າວັນທີ28/08 - ảnh 1
(ການ​ປະຊຸມ​ຂ່າວ​​ແນະນຳ​ງານວາງສະ​ແດງ)

(vovworld) – ​ງານ​ວາງສະ​ແດງ​ຜົນງານ​ດ້ານ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ​ ຈະ​ຖືກ​ໄຂ​ຂຶ້ນ​ໃນຕ​ອນຄໍ່າ​ວັນ​ທີ 28/08, ນີ້​ແມ່ນ​ຂໍ້​ມູນ​​ໄດ້​ຍົກ​ອອກ​ມາທີ່​ການ​ປະຊຸມ​ຂ່າວ​​ແນະນຳ​ງານວາງສະ​ແດງ ​ໃນຕອບບ່າຍ​ວັນ​ທີ 19/08, ຢູ່​ຮ່າ​​ໂນ້ຍ. ຢູ່​ທີ່​ນີ້, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ, ກິ​ລາ ​ແລະ ທ່ອງ​ທ່ຽວ ຮີ່ນ​ວິ້ງ​ອ໋າຍ ​ໃຫ​້ຮູ້​ວ່າ: ງານ​ວາງສະ​ແດງ​ຜົນງານ​ດ້ານ​ເສດຖະກິດ, ສັງຄົມ ຂອງ​ປະ​ເທດ​ຊາດ​ປີ 2015 ​ແມ່ນ​ການ​ເຄື່ອນ​ໄຫວ​ແທ​ຈິງ, ຊຶ່ງນອນ​ໃນຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ 70 ​ປີ​ແຫ່ງ​ວັນ​ປະຕິວັດ​ເດືອນ​ສິງຫາ​ (19/08/1945 – 19/08/2015) ແລະ ​ວັນ​ສະຖາ​ປະ​ນາທີ 02​ ກັນ​ຍາ (02/09/1945 – 02/09/2015), ​ໂດຍ​ກະຊວງ​ວັດ​ທະນະ​ທຳ, ກິລາ ​ແລ​ະ ທ່ອງທ່ຽວ​ຈັດ​ຕັ້ງ. ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ບັນດາ​ເນື້​ອ​ໃນ​ທີ່​ນຳ​​ມາ​ວາງສະ​ແດງ​ຄັ້ງ​ມີ ​ໄດ້​ມີ​ການ​ເຂົ້າຮ່ວມ​ຂອງ 28 ກະຊວງ, ຂະ​ແໜງ​ການ, ອົງການ​ທຽບ​ເທົ່າ​ກະຊວງ, ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​​ຂັ້ນ​ສູງ​ກາງ… ຈະ​ມີ​ຮ້ານ​ວາງສະ​ແດງ 80 ຮ​້ານ ລວ​ມມີ: ​ເຂດ​ວາງສະ​ແດງ​ສັງ​ລວມ, ​ເຂດວາງສະ​ແດງ​ຂອງ​​ກຸ່ມ​ບັນດາກະຊວງ, ຂະ​ແໜງ​ການ; ​ເຂດ​ວາງສະ​ແດງ​ຂອງ​ກຸ່ມບັນດາທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ. ​ແຕ່ລະ​ເຂດ​ວາງສະ​ແດງ​ຖືກສະ​ແດງ​​​ວາງອອກ​ດ້ວຍບັນດາ​ຮູບ​ເງົາ, ເອກະ​ສານ, ວັດ​ຖຸພັນ ປະກອບ​ສ່ວນ​ເຊີດ​ຊູ​ບັນດາ​ຜົນງານ​ພົ້ນ​ເດັ່ນ​ຂອງ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນ​ຕະຫຼອດ 70 ປີຜ່ານມາ.

ຂ່າວ/ບົດ​ອື່ນ