ງານວາງສະແດງພາບ ແຕ້ມເຢາະເຢີ້ຍ “ມຸ່ງໄປສູ່ທະເລ ຕາເວັນອອກ“


ງານວາງສະແດງພາບ ແຕ້ມເຢາະເຢີ້ຍ “ມຸ່ງໄປສູ່ທະເລ ຕາເວັນອອກ“ - ảnh 1

(ພາບ:thanhnien.com.vn)

(vovworld) –​ ງານ​ວາງສະ​ແດງ​ພາບ​ແຕ້ມ​ເຢາະ​ເຢີ້ຍ “ມຸ່ງ​ໄປ​ສູ່​ທະ​ເລ​ຕາ​ເວັນ​ອອກ“ ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳວັນ​ທີ 30/6 ຢູ່​ຮ່າ​ໂນ້ຍ ​ໂດຍ​ສະມາຄົມ​ວິຈິດ​ສິນ​ຫວຽດນາມ ຈັດຕັ້ງຂຶ້ນ​ດ້ວຍ​ພາບ​ແຕ້ມ 80 ​ແຜ່ນ​ຂອງຈິດຕະກອນ 35 ຄົນ. ບັນດາ​ພາບ​ແຕ້​ມໄດ້​ສະ​ແດງ​ໃຫ້​ເຫັນ​ແນວ​ຄວາມ​ຄິດ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ຮູບ​ພາບ​ເຢາະ​ເຢີ້ຍ, ສຽງ​ເວົ້າຄັດຄ້ານ​ການ​ກະທຳ​ຂອງ​ຈີນ ທີ່​ໄດ້​ຕັ້ງຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນເຂດ​​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ບັນດາ​ພາບ​ແຕ້ມ​ຍັງ​ຂຸດ​ຄົ້ນທ່າ​ແຮງ​ຂອງ​ພາບ​ແຕ້ມ​ເຢາະ​ເຢີ້ຍ, ​ແມ່ນ​ສຽງ​ເວົ້າສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຮັກ​ຊາດ, ຕຳ​ນິຕິ​ຕຽນ​ບັນດາ​ການ​ກະທຳ​​ແຜ່​ອຳນາດ​ທີ່​ມີ​ລະບົບ​ຂອງ​ຈີນ. ຈິດຕະກອນ ລີ​ຈຶກຢຸງ ​ແມ່ນໜຶ່ງ​ໃນ​​ບັນດາ​ຈິດຕະກອນ​ນຳ​ໜ້າ​ໃນ​ການ​ແຕ້ມພາບ​ເຢາະ​ເຢີ້ຍ ​ໃຫ້​ຮູ້​ວ່າ:

   “ຈິດຕະກອນ​ແຕ້ມພາບ​ເຢາະ​ເຢີ້ຍ ​ແມ່ນ​ນັກຮົບ​ປະຈັນບານ​ໃນ​ແນວ​ໂຮມ​ວິຈິດ​ສິນ. ​ໃນ​ງານ​ວາງສະ​ແດງ​ຄັ້ງນີ້, ມີ​ຈິດຕະກອນ​ຫຼາຍ​ຄົນ​ເຂົ້າຮ່ວມ, ບາງ​ຄົນ​ມີ​ອາຍຸ​ເຖິງ 85 ປີ​ແລ້ວ​​ແຕ່ກໍ່​ມີ​ພາບ​ແຕ້ມເຖິງ 20 ​ແຜ່ນ. ມີ​ບາງ​ຄົນ​ບໍ່​ທັນ​ແຕ້ມພາບ​ເຢາະ​ເຢີ້ຍ​ຈັກ​ເທື່ອ​ກໍ່​ໄດ້​ເຂົ້າຮ່ວມ​ເຊັ່ນ​ດຽວ​ກັນ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ທຸກ​ຄົນ​ລ້ວນ​ແຕ່​ແຕ້ມ​ດ້ວຍ​ຈິດ​ໃຈ​ຕື່ນ​ຕົວ

    ພາຍຫຼັງ​ງານ​ວາງສະ​ແດງ​ພາບ​ລະດົມ “ປົກ​ປັກ​ຮັກສາ​ທະ​ເລ​ໝູ່​ເກາະ​ຂອງ​ປະເທດຊາ​ດ“, ງານ​ວາງສະ​ແດງ​ວິຈິດ​ສິນ “​ມາ​ຍັງເຈື່ອງ​ຊາ”, ​ແລະ ງານ​ວາງສະ​ແດງ​ພາບ​ເຢາະ​ເຢີ້ຍ “ມຸ່ງ​ໄປ​ສູ່​ທະ​ເລ​ຕາ​ເວັນ​ອອກ“ ຄັ້ງນີ້, ສະມາຄົມ​ວິຈິດ​ສິນ​ຫວຽດນາມ ຈະ​ສົມທົບ​ກັບ​ກອງ​ບັນຊາ​ການ​ທະຫານ​ເຮືອ ຈັດ​ງານ​ວາງສະ​ແດງ​ຢູ່​ຫາຍ​ຟ່ອງ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ທະຫານ​ເຮືອ​ກອງທັບປະຊາຊົນ​ຫວຽດນາມ ຕີ​ເອົາ​ຊະນະ​ຄັ້ງທຳ​ອິດ (5/8/1964-5/8/2014), ຫຼັງ​ຈາກ​ນັ້ນຈະ​ສືບ​ຕໍ່​ນຳ​ມາ​ວາງສ​ະແດງຢູ່​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ./.

 

ຂ່າວ/ບົດ​ອື່ນ