ງານວາງສະແດງພາບຖ່າຍນະຄອນໂຮ່ຈີມິນຂະຫຍັນຂັນເຄື່ອນ,ມີຫົວຄິດປະດິດສ້າງ,ພັດທະນາແລະເຊື່ອມໂຍງ

ງານວາງສະແດງພາບຖ່າຍນະຄອນໂຮ່ຈີມິນຂະຫຍັນຂັນເຄື່ອນ,ມີຫົວຄິດປະດິດສ້າງ,ພັດທະນາແລະເຊື່ອມໂຍງ - ảnh 1
ໄຂ​ງານ​ວາງສະ​ແດງ​ຮູບ​ພາບ “ນະຄອນ ​ໂຮ່ຈີ​ມິນ
ຂະຫຍັນ​ຂັນ​ເຄື່ອນ, ປະດິດ​ສ້າງ, ພັດທະນາ ​ແລະ ​ເຊື່ອມ​ໂຍງ
(ພາບ: congan.com)

(vovworld) - ເພື່ອເປັນການສະ​ເຫຼີ​ມສະຫຼອງ 41 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ທ້ອນໂຮມ​ປະ​ເທດ​ຊາ​ດ​ເປັນ​ເອກະພາບ ​ແລະ 130 ປີ​ແຫ່ງ​ວັນ​ກຳມະກອນ​ສາກົນ, ຕອນ​ເຊົ້າ​ວັນ​ທີ 27/04 ຢູ່​ຖະໜົ​ນ ຫງວຽນ​ເຫວ້, ດົ່ງ​ເຂີຍ ​ເມືອງ 1, ນະຄອນ ​ໂຮ່ຈີ​ມິນ ​​ໄດ້​ໄຂ​ງານ​ວາງສະ​ແດງ​​ພາບຖ່າຍ “ນະຄອນ ​ໂຮ່ຈີ​ມິນ ຂະຫຍັນ​ຂັນ​ເຄື່ອນ, ມີຫົວຄິດປະດິດ​ສ້າງ, ພັດທະນາ ​ແລະ ​ເຊື່ອມ​ໂຍງ”. ງານ​ວາງສະ​ແດງ​ໄດ້​ວາງສະ​ແດງ​​ພາບ​ຖ່າຍກ່ວາ 80 ​ແຜ່ນ ​ແນະນຳໂດຍສັງ​ເຂ​ບການ​ຕໍ່ສູ້​ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ, ປົດ​ປ່ອຍ​ພາກ​ໃຕ້, ​ທ້ອນປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຂອງ​ກອງທັບ​ ​ແລະ ປະຊາຊົນ ຫວຽດນາມ. ງານ​ວາງສະ​ແດງ ກໍ່​ແນະນຳ​ບັນດາ​ພາບ​ພົດ​ນະຄອນ ​ໂຮ່ຈີ​ມິນ ​ໃນຍຸກ​ສະ​ໄໝ​ປ່ຽນແປງ​ໃໝ່ ​ແລະ ​ເຊື່ອມ​ໂຍງເຂົ້າກັບສາກົນ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ ຢູ່​ຫໍວັດທະນະທຳ​ແຮງ​ງານ ນະຄອນ ​ໂຮ່ຈີ​ມິນ ກໍ່​ໄດ້ໄຂ​ງານ​ວາງສະ​ແດງ​​ພາບຖ່າຍ 70 ​ແຜ່ນ​ດ້ວຍ​ຫົວ​ຂໍ້​ວ່າ “ກຳມະກອນ​ແຮງ​ງານ​ນະ​ຄອນ ​ໂຮ່ຈີ​ມິນ ​ໃນ​ພາລະກິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ”. 2 ງານ​ວາງສະ​ແດງດັ່ງກ່າວ ​ຈະດຳເນີນຈົນຮອດ​ວັນ​ທີ 08/05/2016 ຈຶ່ງອັດລົງ.

ຂ່າວ/ບົດ​ອື່ນ