ງານວາງສະແດງພາບສີຂັດມັນ ແລະ ພາບສິລະປະຫວຽດນາມ ຢູ່ ອົດສະຕາລີ.

(VOVWORLD) -ມີຮູບພາບທີ່ງາມຕາຫລາຍແຜ່ນກ່ຽວກັບມໍລະດົກ, ປະເທດຊາດ ແລະ ຊາວຫວຽດນາມ ໄດ້ສະແດງອອກຜ່ານບັນດາພາບສີຂັດມັນ ແລະ ພາບສິລະປະພວມໄດ້ຮັບການແນະນຳເຖິງຊາວ ອົດສະຕາລີ 

ໃນຂອບເຂດງານວາງສະແດງພາບສີຂັດມັນ ແລະພາບສິລະປະ ຫວຽດນາມ ພວມດຳເນີນໄປແຕ່ວັນທີ 14 - 18 ທັນວາ              ຢູ່ ນະຄອນ Melbourne ປະເທດ ອົດສະຕາລີ.

ງານວາງສະແດງພາບສີຂັດມັນ ແລະ ພາບສິລະປະຫວຽດນາມ ຢູ່ ອົດສະຕາລີ. - ảnh 1 ແຂກເຂົ້າຊົມງານວາງສະແດງພາບສີຂັດມັນ ແລະ ພາບສິລະປະຂອງຫວຽດນາມ

 ງານວາງສະແດງຄັ້ງນີ້ ໄດ້ວາງສະແດງພາບສີຂັດມັນ 10 ແຜ່ນ ແລະ ພາບສິລະປະ 70 ແຜ່ນຂອງນັກຈິດຕະກອນທີ່ມີຊື່ສຽງຫລາຍຄົນ.  ໃນນັ້ນ ມີພາບສີຂັດມັນບາງແຜ່ນແມ່ນຂອງບັນດາຈິດຕະກອນທີ່ມີຊື່ສຽງໂດ່ງດັງໃນພື້ນຖານວິຈິນສິນຫວຽດນາມຄື: ຈິດຕະກອນ ເຈີນວັນເກີ໋ນ, ຫງວຽນຊາງ, ຫງວຽນຕືງຽມ, ຟານເກອານ.. ພ້ອມກັບພາບສິລະປະຫລາຍແຜ່ນທີ່ຍາດໄດ້ລາງວັນຂອງຫວຽດນາມ ກ່ຽວກັບມໍລະດົກ, ອ່າວຮ້າລອງ, ປ່າສະຫງວນແຫ່ງຊາດ ຟອງຍາ ແກ໋ບາງ, ວັດທະນະທຳ ຄ້ອງບ້າງເຂດໄຕງວຽນ… ທ່ານນາງ ເຈີນທິທູດົງ, ຮອງຫົວຫນ້າກົມວິຈິດສິນ, ຖ່າຍຮູບ ແລະ ວາງສະແດງ ສັງກັດກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າປາດຖະຫນາວ່າ ຜ່ານການເຄື່ອນໄຫວວາງສະແດງທີ່ເຕັມໄປດ້ວຍຄວາມໝາຍນີ້ ຈະເປັນການເຊື່ອມຕໍ່ນ້ຳໃຈມິດຕະພາບ, ສ້າງຄວາມສົນໃຈ ນິຍົມ ແລະ ປາດຖະຫນາຢາກຊອກຮູ້, ຄົ້ນຫາ ກ່ຽວກັບສິລະປະ ແລະ ການໂຄສະນາພາບພົດປະເທດຊາດ, ຊາວຫວຽດນາມ ເພື່ອເຮັດໃຫ້ຊາວອົດສະຕາລີ ທີ່ນິຍົມສິລະປະ ກໍ່ຄື ເພື່ອນມິດສາກົນ ມີຄວາມເຂົ້າໃຈກ່ຽວກັບສິລະປະພາບສີຂັດມັນ ແລະ ບັນດາມໍລະດົກວັດທະນະທຳຫວຽດນາມກວ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ