ງານ​ວາງ​ສະ​ແດງພາບ​ແຕ້ມ “ປະ​ເທດ​ຊາດ​ເຂົ້າ​ສູ່​ລະ​ດູ​ບານ​ໃໝ່, ກ​າ​ລະ​ໂອ​ກາດ​ໃໝ່”

(VOVWORLD) -ງານວາງສະແດງໄດ້ຈັດຕັ້ງຢູ່ ສູນຖະແຫຼງຂ່າວ ແລະ ວັດທະນະທຳ ໜອງເຕົ່າ, ເຮືອນເລກທີ 2 ເລທ໊າຍໂຕ, ເມືອງຮ່ວານກຽມ, ຮ່າໂນ້ຍ ແລະ ເປີດປະຕູໃນລະຫວ່ງວັນທີ 3 ກຸມພາ - 2 ມີນາປີ 2021.
ງານ​ວາງ​ສະ​ແດງພາບ​ແຕ້ມ “ປະ​ເທດ​ຊາດ​ເຂົ້າ​ສູ່​ລະ​ດູ​ບານ​ໃໝ່, ກ​າ​ລະ​ໂອ​ກາດ​ໃໝ່” - ảnh 1ພາບແຕ້ມທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ (ພາບ: Dantri)

ເນື່ອງໃນໂອກາດບຸນເຕັດປະຈຳຊາດ ສະລຸ ປີ 2021, ວັນທີ 3 ກຸມພາ, ກົມການຕ່າງປະເທດ ວັດທະນະທຳ ແລະ UNESCO (ກະຊວງການຕ່າງປະເທດ ຫວຽດນາມ) ໄດ້ສົມທົບກັບຄະນະກຳມະການປະຊາຊົນ ເມືອງ ຮ່ວານກຽມ ພ້ອມກັບຄະນະຂົນຂວາຍ ວິຈິດສິນ ແລະ ການຕ່າງປະເທດ ວັດທະນະທຳ ຫວຽດນາມ ຈັດຕັ້ງງານວາງສະແດງພາບ ທີ່ມີຫົວຂໍ້ວ່າ “ປະເທດຊາດກ້າວເຂົ້າສູ່ລະດູບານໃໝ່, ກາລະໂອກາດໃໝ່”.

        ບັນດາຜົນງານຄັ້ງນີ້ ແມ່ນ ພາບແຕ້ມຮູບຂອງການນຳພັກ, ລັດບາງທ່ານ ພ້ອມກັບນັກວິລະຊົນແຮງງານໃນໄລຍະປ່ຽນແປງໃໝ່,  ບັນດາຜູ້ຄົນທີ່ສ້າງຂີດໝາຍໃນປະຫວັດສາດແຫ່ງການພັດທະນາຂອງ ປະເທດຊາດ, ແນະນຳບັນດາພາບແຕ້ມ ທີ່ມີຫົວຂໍ້ລະດູບານໃໝ່.

        ງານວາງສະແດງໄດ້ຈັດຕັ້ງຢູ່ ສູນຖະແຫຼງຂ່າວ ແລະ ວັດທະນະທຳ ໜອງເຕົ່າ, ເຮືອນເລກທີ 2 ເລທ໊າຍໂຕ, ເມືອງຮ່ວານກຽມ, ຮ່າໂນ້ຍ ແລະ ເປີດປະຕູໃນລະຫວ່ງວັນທີ 3 ກຸມພາ - 2 ມີນາປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ