ງານວາງສະແດງພາບແຕ້ມອາຊຽນ 2012

ງານວາງສະແດງພາບແຕ້ມອາຊຽນ 2012 - ảnh 1

(ພາບ:atv.org.vnatv.org.vnatv.org.vn)​

( vovworld ) – ງານ​ວາງສະ​ແດງ​ພາບ​ແຕ້ມ​ອາ​ຊຽນ ປີ 2012 ​ໄດ້ດຳ​ເນີນ​ໄປ​ແຕ່​ວັນ​ທີ 6-16/8 ຢູ່​ຫໍພິພິດທະພັນ​ວິຈິດ​ສິນ​ຫວຽດນາມ ທີ່ນະຄອນຫຼວງ​ຮ່າ​ໂນ້ຍ. ງານ​ວາງສະ​ແດງ​ໄດ້​ວາງສະ​ແດງພາບ​ແຕ້ມ ​130 ​ແຜ່ນຂອງ​ບັນດາ​ນັກ​ແຕ້ມ​ທີ່​ມາ​ຈາກ 9 ປະ​ເທດ​ອາ​ຊຽນ ຄື: ບຣູ​ໄນ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ມ້ຽນ​ມາ, ຟີ​ລິບ​ປິນ, ສິງ​ປະ​ໂປ, ​ໄທ ​ແລະ ຫວຽດນາມ. ການ​ປະ​ກວດ ​ແລະ ງານ​ວາງສະ​ແດງ​ພາບ​ແຕ້ມ​ອາ​ຊຽນ 2012 ​ແມ່ນ​ການ​ເຄື່ອນ​ໄຫວ​ສິລະ​ປະ​ຂ່ຳນັບ​ຮັບ​ຕ້ອນ​ພິທີ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງວັນສ້າງຕັ້ງສະຫະສະມາຄົມ ປະຊາຊາດ​ອາຊີຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາຊຽນ). ນີ້​ກໍ່​ແມ່ນ​ການ​ເຄື່ອນ​ໄຫວພົບ​ປະ​ແລກປ່ຽນ​ດ້ານ​ສິລະ​ປະ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ, ການ​ພົວພັນ​ຮ່ວມ​ມື​ມິດ​ຕະພາບ ກໍ່​ຄື​ແບ່ງປັນ​ພື້ນຖານ​ວັດທະນະທຳ​ສິລະ​ປະ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ. ຜູ້​ນິຍົມ​ສິລະ​ປະ​ຫວຽດນາມ ມີ​ໂອກາດ​ຮັບ​ຊົມ​ບັນດາ​ພາບ​ແຕ້ມທີ່​ເຮັດ​ດ້ວຍ​ວັດຖຸ​ຕ່າງໆ ຊື່​ງ​ນັກ​ວິຈິດ​ສິນ​ບັນດາ​ປະ​ເທດ​ອາ​ຊຽນ ຍຸກ​ສະ​​​ໄໝ​ປະຈຸ​ບັນ​ໄດ້​ແຕ້ມ​ໃນ​ເວລາ 5 ປີ​ມາ​ນີ້.

 

 

 

ຂ່າວ/ບົດ​ອື່ນ