ງານວາງສະແດງມໍລະດົກວັດທະນະທຳຂັບແທນຢູ່ Lang Son

ງານວາງສະແດງມໍລະດົກວັດທະນະທຳຂັບແທນຢູ່ Lang Son - ảnh 1
ຂັບແທນແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປຊຊ ບັນດາແຂວງທາງທິດຕາເວັນອອກສຽງເຫນືອ ຫວຽດນາມ



 (vovworld) - ວັນ​ທີ 3/11, ຫໍພິພິດທະພັນ​ແຂວງ Lang Son ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ມໍລະດົກ​ວັດທະນະທຳ​ຂັ​ບ​ແທນ” ດ້ວຍ​ວັດຖຸ​ພັນ 300 ຊີ້ນ ​ແລະ ຮູບ​ພາບຂອງ​ຫໍພິພິດທະພັນ​ບັນດາ​ເຜົ່າ ຫວຽດນາມ ​ແລະ ​ແຂວງ Lang Son, Cao Bang, Dien Bien. ນີ້​ແມ່ນ​ການ​ເຄ່ືອນ​ໄຫວ​ເປ​ີດສາກ​ໃຫ້​ແກ່​ງານ​ມະ​ໂຫລານ​ຂັບ​ແທນ, ພິນຕິ້ງ ທົ່ວປະເທດຄັ້ງທີ 4 ຊຶ່ງໄດ້ຮັບການຈັດຕັ້ງຂຶ້ນຢູ່ແຂວງ Lang Son. ງານ​ວາງສະ​ແດງ​ໄດ້​ແນະນຳ​ບັນດາ​ອຸປະກອນ, ຮູບ​ພາບ​ກ່ຽວ​ກັບ​ສິລະ​ປະ​ຂັບ​ແທນ, ບັນດາ​ນັກ​ສິລະ​ປະກອນ​ດີ​ເດັ່ນ, ​ເຄື່ອງ​ດົນຕີ​ທຸກ​ປະ​ເພດ, ຊຸດ​ອາພອນ​ຮັບ​ໃຊ້​ການ​ຂັບ​ແທນ​ຂອງ​ບັນດາ​ທ້ອງ​ຖິ່ນ. ງານ​ວາງສະ​ແດງ​ຄັ້ງ​ນີ້​ແມ່ນ​ຊ່ວຍ​ໃຫ້​ຜູ້​ຊົມ​​ເຂົ້າ​ໃຈ​ກ່ຽວ​ກັບ​ຈຸດ​ເປັນເອກະລັກສະເພາະ​ຂອງ​ທຳນອງ​ຂັບ​​ແທນ ​ແລະ ພິນ​ຕິ້ງ, ​ແມ່ນ​ການ​ຢັ້ງຢືນ​ກ່ຽວກັບ​ຄຸນຄ່າ​ຂອງ​ຂັບ​ແທນ​ໃນ​ຊາວ​ຊົນ​ເຜົ່າ​ທຸກ​ຊັ້ນວັນນະໄດ້​ມີ​ມູນ​ເຊື້ອ​ຂັບ​​ມາ​ແຕ່​ດົນ​ນານ​ແລ້ວ. ພ້ອມ​ກັນ​ນັ້ນ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ໃຫ້​ແກ່​ວຽກ​ງານ​ກະກຽມ​ສຳ​ເນົາ​ເອກະ​ສານ​ສະ​ເຫ​ນີຕໍ່ UNESCO ຮັບຮອງ​ຂັບ​ແທນ​ແມ່ນ​ມໍລະດົກ​ບໍ່​ມີ​ຮູບ​ຮ່າງ.

ຂ່າວ/ບົດ​ອື່ນ