ງານວາງສະແດງສິລະປະມຸ່ງໄປເຖິງພິທີສະເຫຼີມສະຫຼອງ50ປີແຫ່ງວັນສ້າງຕັ້ງອາຊຽນ

(VOVWORLD) -ວັນທີ 28 ກໍລະກົດ, ງານວາງສະແດງສິລະປະຍຸກປະຈຸບັນອາຊຽນ ຖືກໄຂຂຶ້ນທີ່ສຳນັກງານຄະນະເລຂາອາຊຽນ ຢູ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ.

ງານວາງສະແດງສິລະປະມຸ່ງໄປເຖິງພິທີສະເຫຼີມສະຫຼອງ50ປີແຫ່ງວັນສ້າງຕັ້ງອາຊຽນ - ảnh 1 ງານວາງສະແດງສິລະປະມຸ່ງໄປເຖິງພິທີສະເຫຼີມສະຫຼອງ50ປີແຫ່ງວັນສ້າງຕັ້ງອາຊຽນ

(ພາບ: TTXVN)

ງານວາງສະແດງນອນໃນບັນດາການເຄື່ອນໄຫວມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ ໃນເດືອນ ສິງຫາ ຈະມາເຖິງ. ບັນດາຜະລິດຕະພັນວາງສະແດງຢູ່ທີ່ນີ້ຂອງບັນດານັກສິລະປະທີ່ມີຄວາມເກັ່ງກ້າສາມາດ ມາຈາກບັນດາປະເທດສະມາຊິກອາຊຽນ, ໄດ້ສະແດງໃຫ້ເຫັນວິວັດແຫ່ງການພັດທະນາຂອງອາຊຽນ ດ້ວຍບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ຂະຫຍັນຂັນເຄື່ອນຂອງອົງການຈັດຕັ້ງພາກພື້ນໃນໄລຍະ 50 ປີຜ່ານມາ, ພ້ອມທັງສ້າງຮູບພາບຂອງອາຊຽນໃນ 50 ປີຈະມາເຖິງ. ທ່ານນາງ Elaine Tan, ຜູ້ອຳນວຍການບໍລິຫານກອງທຶນອາຊຽນ ໃຫ້ຮູ້ວ່າ: ງານວາງສະແດງຄັ້ງນີ້ ຈະຊ່ວຍໃຫ້ບັນດາປະເທດສະມາຊິກໃນອາຊຽນ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທຳຂອງປະເທດຕ່າງໆພາຍໃນກຸ່ມ, ຈາກນັ້ນສ້າງຄວາມເຫັນດີເຫັນພ້ອມ, ແບ່ງປັນນຳກັນ ແລະ ພ້ອມກັນມຸ່ງໄປເຖິງອະນາຄົດທີ່ສົດໄສ.

ຕອບກັບ

ຂ່າວ/ບົດ​ອື່ນ