ງານ​ວາງ​ສະ​ແດງ​ສາ​ກົນ ແລະ ເວ​ທີ​ປາ​ໄສ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ລັດ​ເຊຍ

(VOVWORLD) -ງານວາງສະແດງສາກົນ ຫວຽດນາມ - ລັດເຊຍ ປີ 2019 ແລະ ເວທີປາໄສຊຸກຍູ້ການຄ້າ ແລະ ການລົງທຶນ ຫວຽດນາມ - ລັດເຊຍໄດ້ຈັດຕັ້ງໃນລະຫວ່າງວັນທີ 14 – 16 ພະຈິກ ຢູ່ ຮ່າໂນ້ຍ.
ງານ​ວາງ​ສະ​ແດງ​ສາ​ກົນ ແລະ ເວ​ທີ​ປາ​ໄສ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ລັດ​ເຊຍ - ảnh 1ງານວາງສະແດງສາກົນ ລະຫວ່າງ ຫວຽດນາມ - ລັດເຊຍ (ພາບ: TTXVN)

ໂດຍເປັນໜຶ່ງໃນບັນດາເຫດການສະເຫຼີມສະຫຼອງ ປີ ຫວຽດນາມເຄື່ອນໄຫວຢູ່ລັດເຊຍ, ລັດເຊຍເຄື່ອນໄຫວຫວຽດນາມ ແລະ ສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ລັດເຊຍເຊິ່ງໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີ. ງານວາງສະແດງບໍ່ພຽງແຕ່ຈັດຂຶ້ນສະເພາະໃຫ້ແກ່ປະຊາຄົມວິສາຫະກິດສອງປະເທດເທົ່ານັ້ນ ຫາກຍັງເພື່ອໃຫ້ບັນດາວິສາຫະກິດທີ່ມາຈາກກຸ່ມອາຊຽນ ແລະ ສະຫະພັນ ເສດຖະກິດ ອາຊີ - ເອີລົບ ອີກດ້ວຍ, ບຸລິມະສິດສຸມໃສ່ເຂົ້າບັນດາຂົງເຂດຄື: ວັດສະດຸກໍ່ສ້າງ, ຂົນສົ່ງ, ພະລັງງານ… ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມໃຫ້ຮູ້ວ່າ:

        ເວທີປາໄສ ແລະ ງານວາງສະແດງສາກົນຫວຽດນາມຄັ້ງນີ້ໄດ້ຮັບການຈັດຕັ້ງຂຶ້ນ ແມ່ນເຫດການຈຸດສຸມຂອງສອງຝ່າຍ. ຄາດວ່າມີການເຂົ້າຮ່ວມຂອງວິສາຫະກິດ ສະຫະພັນລັດເຊຍ 200 ແຫ່ງ ເຂົ້າຮ່ວມການເຄື່ອນໄຫວໃນຂົງເຂດທີ່ສຳຄັນຄືກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ, ການຄົມມະນາຄົມ, ພື້ນຖານໂຄງລ່າງ, ສາທາລະນະສຸກ, ການສຶກສາ…ຈະມາ ຫວຽດນາມ ແລະ ພ້ອມກັນປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງສອງຝ່າຍໃນບັນດາຂົງເຂດນີ້. ນີ້ແມ່ນການພົບທີ່ມີຂອບຂະໜາດໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ