ງານວາງສະແດງຫົວເລື່ອງສະເພາະ “ບົດເພງໄຊ ດ້ຽນບຽນຝູ ທາງອາກາດ”

(VOVWORLD) - ທີ່ງານວາງສະແດງໄດ້ແນະນຳ, ເອກະສານ, ຮູບພາບທີ່ລ້ຳຄ່າເກືອບ 300 ຢ່າງ, ສ່ອງແສງໃຫ້ເຫັນແຜນນະໂຍບາຍ, ຄວາມຕັດສິນໃຈຍຸດທະສາດຂອງການນຳ ຫວຽດນາມ ທີ່ໄດ້ຜາບແພ້ການບຸກໂຈມຕີຍຸກທະສາດດ້ວຍເຮືອບິນ B52 ຂອງ ອາເມລິກາ ເຂົ້າ ຮ່າໂນ້ຍ...

ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ທາງອາກາດ (ທັນວາ 1972 - ທັນວາ 2017); 73 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22 ທັນວາ 1944 – 22 ທັນວາ 2017); 28 ປີແຫ່ງວັນທົ່ວປວງຊົນປ້ອງກັນປະເທດ (22  ທັນວາ 1989 – 22 ທັນວາ 2017), ຕອນບ່າຍວັນທີ 18 ທັນວາ, ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ ສົມທົບກັບຫໍພິພິທະພັນຕຳຫຼວດປະຊາຊົນ ໄຂງານວາງສະແດງດ້ວຍຫົວເລື່ອງສະເພາະ “ບົດເພງໄຊ ດ້ຽນບຽນຝູ ທາງອາກາດ”.

        ທີ່ງານວາງສະແດງໄດ້ແນະນຳ, ເອກະສານ, ຮູບພາບທີ່ລ້ຳຄ່າເກືອບ 300 ຢ່າງ, ສ່ອງແສງໃຫ້ເຫັນແຜນນະໂຍບາຍ, ຄວາມຕັດສິນໃຈຍຸດທະສາດຂອງການນຳ ຫວຽດນາມ ທີ່ໄດ້ຜາບແພ້ການບຸກໂຈມຕີຍຸດທະສາດດ້ວຍເຮືອບິນ B52 ຂອງ ອາເມລິກາ ເຂົ້າ ຮ່າໂນ້ຍ, ຫາຍຟ່ອງ ແລະ ບາງທ້ອງຖິ່ນທາງພາກເໜືອ ກໍ່ຄືນ້ຳໃຈຕໍ່ສູ້ອົງອາດກ້າຫານຂອງທະຫານ ແລະ ປະຊາຊົນ ຫວຽດນາມ. ເຂົ້າຮ່ວມງາມວາງສະແດງ, ນັກວິລະຊົນ ຟ້າມຕວນ, ແບ່ງປັນວ່າ:

        “ສຳລັບຂ້າພະເຈົ້າເອງ, ເມື່ອໄດ້ເບິ່ງຄືນບັນດາວັດຖຸພັນກ່ຽວກັບບັ້ນຮົບເຊິ່ງຕົນໄດ້ເຂົ້າຮ່ວມໃນປາງສົງຄາມນັ້ນ, ຂ້າພະເຈົ້າຮູ້ສຶກສະເທືອນໃຈຫຼາຍ ແລະ ເຫັນວ່າບັນດາວິລະກຳເຊິ່ງກອງທັບ ແລະ ປະຊາຊົນພວກເຮົາບັນລຸໄດ້ແມ່ນອົງອາດກ້າຫານ, ໃຫຍ່ຫຼວງ ແລະ ໂຊກດີຫຼາຍທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມໃນບັ້ນຮົບນັ້ນ. ຍາມໃດຂ້າພະເຈົ້າກໍ່ຄິດວ່າ ບັນດາງານວາງສະແດງນີ້ເພື່ອໃຫ້ລຸ້ນໜຸ່ມໃນປະຈຸບັນ ຕີລາຄາ ແລະ ຮ່ຳຮຽນເອົາທຸກສິ່ງທຸກຢ່າງເຊິ່ງລຸ້ນກ່ອນຍາດໄດ້, ເພື່ອໃຫ້ລຸ້ນຫຼັງສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີນັ້ນ.”

ຕອບກັບ

ຂ່າວ/ບົດ​ອື່ນ