ງານວາງສະແດງຮູບຖ່າຍກ່ຽວກັບ ຫວຽດນາມ ແລະ ໂຮນລັງ

(VOVWORLD) - ງານວາງສະແດງຮູບຖ່າຍກ່ຽວກັບ ຫວຽດນາມ ແລະ ໂຮນລັງຈະດຳເນີນແຕ່ວັນທີ 15 – 18 ພະຈິກ ຢູ່ ໂຮນລັງ, ເພື່ອແນໃສ່ສະເຫຼີມສະຫຼອງ 45 ປີແຫ່ງວັນ 2 ປະເທດສ້າງຕັ້ງການພົວພັນທາງການທູດ.
ງານວາງສະແດງຮູບຖ່າຍກ່ຽວກັບ ຫວຽດນາມ ແລະ ໂຮນລັງ - ảnh 1 ງານວາງສະແດງຮູບຖ່າຍກ່ຽວກັບ ຫວຽດນາມ ແລະ ໂຮນລັງ

ງານວາງສະແດງໄດ້ແນະນຳຕາມ 6 ຫົວຂໍ້ດ້ວຍຮູບຖ່າຍກ່ວາ 100 ແຜ່ນ, ປາດຖະໜາຢາກໂຄສະນາບັນດາຮູບຖ່າຍກ່ຽວກັບການພົວພັນດ້ານການທູດ ແລະ ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ໂຮນລັງ, ວາດພາບຄວາມງາມໃນການດຳລົງຊີວິດ, ການອອກແຮງງານ ແລະ ທິວທັດທຳມະຊາດຂອງ ຫວຽດນາມ ພ້ອມທັງສົ່ງສານກ່ຽວກັບ ຫວຽດນາມ ຮັ່ງມີສວຍງາມ, ສັນຕິພາບ, ຂະຫຍັນຂັນເຄື່ອນ ແລະ ພັດທະນາ.

       ກ່າວຄຳເຫັນທີ່ພິທີໄຂງານວາງສະແດງໃນວັນທີ 15 ພະຈິກ, ທ່ານ ຮ່ວາງຫວີງບາວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຕີລາຄາສູງການພົວພັນຮ່ວມມືພັດທະນາລະຫວ່າງ 2 ປະເທດໃນ 45 ປີຜ່ານມາໃນທຸກຂົງເຂດ; ແລະ ຖືວ່າ ຫວຽດນາມ ແລະ ໂຮນລັງ ມີຫລາຍຈຸດຄ້າຍຄືກັນ ເພື່ອກາຍເປັນຄູ່ຮ່ວມມື ແລະ ເພື່ອນມິດໃນຫລາຍຂົງເຂດ.

       ສ່ວນທ່ານ Peter Potman, ຫົວໜ້າກົມ ອາຊີ - ມະຫາສະໝຸດ, ກະຊວງການຕ່າງປະເທດ ໂຮນລັງ ໄດ້ສະແດງຄວາມປະທັບໃຈຕໍ່ບັນດາຮູບຖ່າຍກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ ພ້ອມທັງຖືວ່າ: ບັນດາຮູບຖ່າຍໄດ້ບັນທຶກບັນດາເຫດການໃນການພົວພັນລະຫວ່າງ 2 ປະເທດ ທີ່ໄດ້ພິສູດໃຫ້ເຫັນການພົວພັນພັດທະນາອັນດີງາມລະຫວ່າງ 2 ປະເທດໃນຕະຫລອດ 45 ປີຜ່ານມາ.

       ພ້ອມກັບງານວາງສະແດງຮູບຖ່າຍ, ວັນທີ 17 ພະຈິກ, ສະຖານທູດ ຫວຽດນາມ ປະຈຳ ໂຮນລັງ ກໍ່ຈັດຕັ້ງງານບຸນອາຫານການກິນ ເພື່ອໂຄສະນາແນະນຳເຍື່ອງອາຫານພື້ນເມືອງຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ