ງານວາງສະແດງຮູບຖ່າຍກ່ຽວກັບຜົນງານປ່ຽນໃໝ່ຂອງຫວຽດນາມຢູ່ອີຢິບ

ງານວາງສະແດງຮູບຖ່າຍກ່ຽວກັບຜົນງານປ່ຽນໃໝ່ຂອງຫວຽດນາມຢູ່ອີຢິບ - ảnh 1
ງານວາງສະແດງ “ຜົນງານ​ປ່ຽນ​ໃໝ່​ຂອງ ຫວຽດນາມ ​ແລະ ການ​ພົວພັນ ຫວຽດນາມ - ອີ​ຢິບ”
(ພາບ: Nguyễn Trường/TTXVN)

(vovworld) – ​ ສະຖານທູດ ຫວຽດນາມ ປະ​ຈຳ ອີ​ຢິບ ຫາ​ກໍ່​ຈັດ​ຕັ້ງ​ສັບ​ປະດາ​ວາງສະ​ແດງ​ຮູບ​ຖ່າຍ​ດ້ວຍ​ຫົວ​ຂໍ້​ວ່າ “ຜົນງານ​ປ່ຽນ​ໃໝ່​ຂອງ ຫວຽດນາມ ​ແລະ ການ​ພົວພັນ ຫວຽດນາມ - ອີ​ຢິບ”. ສັບປະດາ​ວາງສະ​ແດງ​ຮູບ​ພາບ​ດຳ​ເນີນ​ຮອດ​ວັນ​ທີ 6/3, ​ໄດ້ນຳ​ມາ​ວາງສະ​ແດງ​ຮູ​ບຖ່າຍ 60 ​ແຜ່ນ​ເຊິ່ງ​ແນະນຳ​ກ່ຽວ​ກັບ ຫວຽດນາມ ​ໂດຍ​ທ່ານ Yusef Mazhar, ກຳມະການ​ສະພາ​ການ​ທູດ ອີ​ຢີບ, ພ້ອມ​ທັງ​ແມ່ນ​​ແຂກ​ທ່ອງ​ທ່ຽວ​​ເພື່ອ​ທີ່​ຮັກ​ແພງ​ຂອງ ຫວຽດນາມ, ປະຕິບັດ​ໃນ​ການທ່ອງທ່ຽວ ຫວຽດນາມ ​ໃນ​ທ້າຍ​ປີ 2015. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​ເດຍ​ ​ໂດ໋ຮ່ວາງ​ລອງ ​ເນັ້ນ​ໜັກ​ວ່າ: ດ້ວຍ​ຄວາມ​ຮັກ​​ແພງພິ​ເສດ​ທີ່​ສະຫງວນ​ໃຫ້ ຫວຽດນາມ ນັ້ນ, ທ່ານ Mazhar ​ໄດ້​ຖ່າຍ​ເອົາຮູບ​ທີ່​ມີ​ລັກສະນະ​ສິລະ​ປະ​ສູງ​ກ່ຽວ​ກັບ​ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ, ຜ່ານ​ນັ້ນ​ແນະນຳ​ກັບ​ເພ່ືອນ​ມິດສາ​ກົນ​ເວົ້າ​ລວມ ​ແລະ ປະຊາຊົນ ອີ​ຢິບ ​ເວົ້າ​ສະ​ເພາະ​ກ່ຽວ​ກັບ​ຊາວ ຫວຽດນາມ ວິລະ​ຊົນ​ ​ແລະ ມີ​ຈິດ​ໃຈ​ຮັກ​ແພງ​ແຂກ.


ຂ່າວ/ບົດ​ອື່ນ