ງານວາງສະແດງຮູບພາບ “ນ້ຳໃຈມິດຕະພາບຫວຽດນາມ - ລາວ - ກຳປູເຈຍ”

ງານວາງສະແດງຮູບພາບ “ນ້ຳໃຈມິດຕະພາບຫວຽດນາມ - ລາວ - ກຳປູເຈຍ” - ảnh 1
(ພາບປະກອບ)

(vovworld) -     ງານ​ວາງສະ​ແດງ​ຮູບ​ຖ່າຍ​ດ້ວຍ​ຫົວ​ຂໍ້​ວ່າ “ນ້ຳ​ໃຈ​ມິດຕະພາບ​ຫວຽດນາມ - ລາວ - ກຳປູ​ເຈ​ຍ” ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 22/11, ຢູ່​ສູນວັດທະນະທຳ​ແຂວງ ບິ່ງ​ເຟື໋ອ​ກ. ນີ້​ແມ່ນ​ເຫດ​ການ​​ໃຫຍ່​​ໃນ​ຂອບ​ເຂດການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ​ປີ​​ແຫ່ງ​ຄວາມມິດຕະພາບຫວຽດນາມ - ລາວ - ກຳປູ​ເຈ​ຍ. ດ້ວຍ​ຮູບພາບ​ກວ່າ 140​ ​ແຜນ ​ຖືກແບ່ງອອກ​ເປັນ 4 ໝວດ​ຕົ້ນ​ຕໍ່ນັ້ນ​ໄດ້ສະ​ແດງ​​ໃຫ້​ເຫັນວິວັດ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ສາຍ​ພົວພັນມິດຕະພາບ​ຂອງ 3 ປະ​ເທດ​ອິນດູຈີນ ​ນັບແຕ່​ຕົ້ນ​ສະຕະວັດ​ທີ 20 ມາ​ຮອດປະຈຸ​ບັນ, ສາຍ​ພົວພັນ​ລະ​ຫວ່າງ​ແຂວງ ບິ່ງ​ເຟື໋ອກ ​ແລະ ບັນດາ​ແຂວງ​ອ້ອມ​ຂ້າງ​ຂອງ​3 ປະ​ເທດ​ຫວຽດນາມ - ລາວ ​ແລະ ກຳ​ປູ​ເຈຍ. ຜ່ານ​ງາມ​ວາງສະ​ແດງ, ຜູ້​ຊົມ​ຈະ​ມີ​ທັດສະນະ​ສັງ​ລວມກ່ຽວ​ກັບ​ວິວັດ​ການ​ສ້າງສາ​ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ 3 ປະ​ເທດ ​ໃນ​ຕະຫຼອດ 45 ປີຜ່ານມາ, ບັນດາ​ຄຸນຄ່າ​ດ້ານ​ວັດ​ທະ​ນະ​ທຳ, ວັດທະນະທຳມະນຸດ ຜ່ານ​ສາຍ​ພົວພັນ​ມິດຕະພາບ, ຄວາມສາມັກຄີ​ເຊິ່ງ 3 ພັກ, ລັດ ​ແລະ ປະຊາຊົນ 3 ປະ​ເທດ​ໄດ້​ກໍ່​ຕັ້ງ ​ແລະ ບັນລຸ​ໄດ້. ງານ​ວາງສະ​ແດງ​ຈະ​ອັດ​ລົງ​ໃນ​ວັນ​ທີ 30/11.

ຂ່າວ/ບົດ​ອື່ນ