ງານວາງສະແດງຮູບພາບ “ພົນເອກຫງວຽນຈີແທງ -ຊີວິດແລະພາລະກິດ“




ງານວາງສະແດງຮູບພາບ “ພົນເອກຫງວຽນຈີແທງ -ຊີວິດແລະພາລະກິດ“ - ảnh 1

ຮູບ​ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ແລະ ພົນ​ເອກ​ຫງວຽນ​ຈີ​ແທງ ປີ 1967

(ພາບ: VOV.)

 (vovworld)-  ງານ​ວາງສະ​ແດງ​ຮູບ​ພາບ “ພົນ​ເອກ​ຫງວຽນ​ຈີ​ແທງ-​ຊີວິດ ​ແລະ ພາລະກິດ“ ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 19/12 ຢູ່ຫໍພິພິທະ​ພັນ​ປະຫວັດສາດ​ການ​ທະຫານ​ຫວຽດນາມ ທີ່​ຮ່າ​ໂນ້ຍ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງວັນ​ຄ້າຍ​ວັນ​ເກີດ​ທ່ານ​ພົນ​ເອກ​ຫງວຽນ​ຈີ​ແທງ ຄົບຮອບ 100 ປີ (1/1/1914-1/1/2014). ງານ​ວາງສະ​ແດງ​ໄດ້​ແນະນຳ​ວັດຖຸ​ພັນ, ຮູບ​ພາບ​ກ່ວາ 200 ຊີ້ນ​ກ່ຽວ​ກັບ​ທ່ານພົນ​ເອກ​ຫງວຽນ​ຈີ​ແທງ ຕາມ 4 ຫົວ​ເລື່ອງ: ບ້ານ​ເກີດ​ເມືອງ​ນອນ ​ແລະ ​ເຍົ​າ​ໄວ; ນັກ​ການ​ເມືອງ, ການ​ທະຫານ​ທີ່​ປີ​ຊາ​ສາມາດ; ທ່ານ​ພົນ​ເອກ​ຂອງ​ຊາວ​ກະສິກອນ; ຄວາມ​ຮັກ​ແພງ.

   ທ່ານ​ພົນ​ເອກ​ຫງວຽນ​ຈີ​ແທງ ​ແມ່ນ​ອະດີດ​ກຳມະການ​ກົມ​ການ​ເມືອງ, ອະດີດ​ຫົວໜ້າ​ກົມ​ໃຫ່ຍການ​ເມືອງ​ກອງທັບ ປຊຊ ຫວຽ​ດນາມ, ​ ທ່ານ​ພົນ​ເອກ​ຫງວຽນ​ຈີ​ແທງ ​ໄດ້​ອຸທິດ​ສ່ວນ​​ຕະຫຼອດ​ຊີວິດ​ຂອງ​ຕົນ​ໃຫ້​ແກ່​ພາລະກິດ​ການ​ປະຕິວັດ​ຂອງ ປຊຊ ຫວຽ​ດນາມ. ງານ​ວາງສະ​ແດງ​ຮູບ​ພາບ “ພົນ​ເອກ​ຫງວຽນ​ຈີ​ແທງ-​ຊີວິດ ​ແລະ ພາລະກິດ“ ​ໄດ້ປະກອບສ່ວນ​ສຶກສາ​ອົບຮົມ​ມູນ​ເຊື້ອ​ການ​ປະຕິວັດ​ໃຫ້​ແກ່​ລຸ້ນຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ລຸ້ນໜຸ່ມ.

 


ຂ່າວ/ບົດ​ອື່ນ