ງານວາງສະແດງຮູບພາບ ສິລະປະ“ຮ່າໂນ້ຍ ປ່ຽນໃໝ່ແລະພັດທະນາ“


ງານວາງສະແດງຮູບພາບ ສິລະປະ“ຮ່າໂນ້ຍ ປ່ຽນໃໝ່ແລະພັດທະນາ“ - ảnh 1
ຮູບ
ພາບຫັນປະເທດຊາດເປັນອຸດສາຫະກຳ ຂອງ​ຟ້າ​ມກົງ​ທັງ

(ພາບ: http://vov.vn)

(vovworld) –​​ຕອນ​ເຊົ້າວັນ​ທີ 8/10, ສະມາຄົມ​ຊ່າງພາບ​ສິລະ​ປະ​ຮ່​າໂນ້ຍ​ໄດ້​ຈັດ​ງານ​ວາງສະ​ແດງ​ສິລະ​ປະຄັ້ງທີ 44 ດ້ວຍ​ຫົວ​ເລື່ອງ “ຮ່າໂນ້ຍປ່ຽນໃໝ່ແລະ ພັດທະນາ“ ຂ່ຳນັບ​ຮັບ​ຕ້ອນ 60 ປີ​ແຫ່ງ​ວັນ​ປົດ​ປ່ອຍນະຄອນຫຼວງ (10/10/1954-10/10/2014). ງານ​ວາງສະ​ແດ​ງ​ໄດ້​ນຳ​ມາ​ວາງສະ​ແດງ​ຮູບ​ພາບ 132 ​ແຜ່ນ​ສ່ອງ​​ແສງ​ຄວາມ​ງາມ ​ແລະ ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ. ທ່ານ​ດັ້ງດິ່ງ​ອານ, ປະທານສະມາຄົມ​ຊ່າງພາບ​ສິລະ​ປະ​ຮ່າໂນ້ຍ​​ໃຫ້​ຮູ້​ວ່າ:

  “ນີ້ແມ່ນຄັ້ງທຳອິດທີ່ມີງານປະກວດຖ່າຍຮູບຂອບຂະໜາດໃຫ່ຍຢູ່ຮ່າໂນ້ຍ ກ່ຽວກັບຫົວເລື່ອງຮ່າໂນ້ຍ ລວມມີບັນດາບັນຫາການເມືອງ, ສັງຄົມ, ວັດທະນະທຳ ໃນໄລຍະເວລາຍາວທີ່ສຸດ ນັບແຕ່ປີ 1954 ມາຮອດນີ້. ງານວາງສະແດງຄັ້ງນີ້ມີທັງລັກສະນະສະຖານະການ, ທັງລັກສະນະສິລະປະ“./.

ຂ່າວ/ບົດ​ອື່ນ