ງານວາງສະແດງຮູບພາບກ່ຽວກັບປະທານໂຮ່ຈິມິນຢູ່ອາເຊຣີແລະຢູແກຼນ

ງານວາງສະແດງຮູບພາບກ່ຽວກັບປະທານໂຮ່ຈິມິນຢູ່ອາເຊຣີແລະຢູແກຼນ - ảnh 1
ງານວາງສະແດງຮູບພາບກ່ຽວກັບປະທານໂຮ່ຈິມິນ
(ພາບ: baotintuc.vn)


​(vovworld) – ​ເນື່ອງ​ໃນ​ໂອກາ​ດສະ​ເຫຼີ​ມສະຫຼອງ 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ (19/05/1890 – 19/05/2015), ພັກ​ກຳ​ອຳນາດ​ແນວ​ໂຮມ​ປົດ​ປ່ອຍ​ຊາດ (FLN) ອານ​ເຊຣີ ​ໄດ້​ຈັດ​ງານ​ວາງສະ​ແດງ​ພາບ​ຖ່າຍ​ກວ່າ 100 ​ແຜ່ນກ່ຽວ​ກັບ​ປະທານ​​ໂຮ່ຈິ​ມິນ ​ແລະ ການ​ພົວພັນ​ທີ່​ເປັນມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ອາ​ເຊຣີ ທີ່​ສຳນັກງານ FLN ຢູ່​ນະຄອນຫຼວງ Algiers.

      ທີ່​ງານ​ວາງສະ​ແດງ, ທ່ານ​ Bouhadja Said, ​​ກຳມະການຄະນະການ​ເມືອງ, ຮັບຜິດຊອບ​ດ້ານສື່ສານ​ຂອງ​ພັກ FLN ​ໃຫ້​ຮູ້​ວ່າ: “ປີ 2015 ​ດຳ​ເນີນ​ຫຼາຍ​ເຫດການ​ສຳຄັນ​ຂອງ​ຊາດ​ຫວຽດນາມ, ​ໃນ​ນັ້ນ​ມີ​ພິທີສະ​ເຫຼີ​ມສະຫຼອງ 125 ປີ​ແຫ່ງ​ວັນ​ຄ້ານ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ. ທີ່​ອານ​ເຊຣີ, ພວກ​ຂ້າພະ​ເຈົ້າ​ຈະ​ມານະ​ພະຍາຍາມ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ, ມິດຕະພາບ​ກັບ​ຫວຽດນາມ, ສະ​ແດງ​ໃຫ້​ເຫັນ​ວ່າ, ຍາມ​ໃດ​ ອານ​ເຊຣີ ກໍ່​ຢູ່ຄຽງ​ຂ້າງພວກ​ເພື່ອນ​ຫວຽດນາມ, ຮຽງ​ບ່າ​ຮຽງ​ໄຫຼ່ກັບ​ຊາດ​ຫວຽດນາມ”. ທ່ານ  Bouhadja Said ກໍ່​ເຕື້ອງ​ເຖິງ​ຮູບ​ພາບ​​ເກີບ​ຢາງຂອງ​ປະທານ​ໂຮ່ຈິ​ມິນ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ, ປະທານ​​ໂຮ່ຈິ​ມິນ ​ແມ່ນ​ຜູ້ນຳ​ປະຕິວັດ​ທີ່​ປີ​ຊາ​ສາມາດ, ຍິ່ງ​ໃຫຍ່ແຕ່ພັດ​ມີ​ແບບ​ແຜນ​ດຳລົງ​ຊີວິດ​ຢ່າງ​ລຽບ​ງ່າຍ.

      ທີ່ປະ​ເທດຢູ​ແກຼນ, ສະມາຄົມ​ມິດຕະພາບ​ຢູ​ແກຼນ - ຫວຽດນາມ ​ໄດ້​ສົມທົບ​ກັບ​ສະຖານທູດ​ຫວຽດນາມ ປະຈຳ​ຢູ​ແກຼນ ​ໄຂ​ງານ​ວາງສະ​ແດງ​ກ່ຽວ​ກັບ​ປະທານ​ໂຮ່ຈິ​ມິນ, ວັນ​ທີ 15/05, ຢູ່​ຫໍ​ສະໝຸດ​ສະພາ​ແຫ່ງ​ຊາດ​ຢູ​ແກຼນ ທີ່​ນະຄອນຫຼວງ Kiev. ຢູ່​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ແມ້ງ​ຈິ໋ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສະມາຄົມ​ມິດຕະພາບ​ຢູ​ແກຼນ - ຫວຽດນາມ ​ແລະ ບັນດາ​ເພື່ອນ​ມິດ​ຢູ​ແກຼນ ​ໃນ​ສະພາ​ແຫ່ງ​ຊາດ, ກະຊວງການ​ຕ່າງປະ​ເທດ​​ໃນ​ການ​ສະ​ສົມ​ບັນດາ​ພາບ​ຖ່າຍ, ​ເອກະສານ​ອັນ​ລຳ້ຄ່າກ່ຽວ​ກັບ​ຊີ​ວິດ ​ແລະ ພາລະກິດ​ຂອງ​ປະທານ​ໂຮ່ຈິ​ມິນ, ພິ​ເສດ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ເພີ່ນ ຢູ່​ປະ​ເທດ​ຢູ​ແກຼນ. ທ່ານ​ເອກ​ອັກຄະ​ລັດຖະທູດ ຢືນຢັນ​ວ່າ​, ງານ​ວາງສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ປະທານ​ໂຮ່ຈິ​ມິນ ​ຄັ້ງ​ນີ້ ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ​ແລະ ​ແທດ​ຈິງ​ທີ່​ສຸດ​ເພື່ອສະ​ເຫຼີ​ມສະຫຼອງ 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຂອງ​ປະຊາຊົນ​ຢູ​ແກຼນ ກ່ຽວ​ກັບ​ປະທານ​ໂຮ່ຈິ​ມິນ, ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ຜ່ານ​ນັ້ນ​ໄດ້​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ, 2 ຊາດ​ອ້າຍ​ນ້ອງ​ຫວຽດນາມ - ຢູ​ແກຼນ.

ຂ່າວ/ບົດ​ອື່ນ