ງານວາງສະແດງຮູບພາບ,ເອກະສານກ່ຽວກັບອະທິປະໄຕທະເລໝູ່ເກາະຫວຽດນາມ

ງານວາງສະແດງຮູບພາບ,ເອກະສານກ່ຽວກັບອະທິປະໄຕທະເລໝູ່ເກາະຫວຽດນາມ - ảnh 1
ພາບ​ປະ​ກອບ:internet

(vovworld)-  ​​ ​ວັນ​ທີ 14/10 ຢູ່ ແຂວງ ເຊີນ​ລາ, ວິ​ທະ​ຍາ​ຄານ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ໄດ້​ສົມ​ທົບ​ກັບ​ຫໍ​ພິ​ພິດ​ທະ​ພັນ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແລະ ມະ​ຫາ​ວິ​ທະ​ຍາ​ໄລ ໄຕ​ບັກ ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ຮູບ​ພາບ, ແຜນ​ທີ່, ເຈົາ​ບ໋ານ(ເອ​ກະ​ສານ​ການ​ປົກ​ຄອງ​ໃນ​ສະ​ໄຫມ​ລາ​ຊະ​ວົງ​ຫງວຽນ) ກ່ຽວ​ກັບ ສອງ​ໝູ່​ເກາະ ເຈື່ອງ​ຊາ ແລະ ຮ່​ວາງ​ຊາ ຂອງ​ຫວຽດ​ນາມ. ງານ​ວາງ​ສະ​ແດງ ໄດ້​ສະ​ຫນອງ​ຂໍ້​ມູນ​ຂ່າວ​ໃຫ້​ແກ່​ນັກ​ຮຽນ​ນັກ​ສຶກ​ສາ, ພະ​ນັກ​ງານ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ບໍ​ລິ​ເວນ​ແຂວງ ເຊີນ​ລາ ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດ​ນາມ ກໍ​ຄື​ທັດ​ສະ​ນະ, ຈຸດ​ໝາຍ​ຂອງ​ພັກ ແລະ ບັນ​ດາ​ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​​ຢູ່ທະ​ເລ, ໝູ່​ເກາະ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ເອ​ກະ​ສານ​ອັນ​ລ້ຳ​ຄ່າ ແລະ ບັນ​ດາ​ແຜນ​ທີ່​ເດີມ​ຂອງ​ຫວຽດ​ນາມ​ໃນ​ສະ​ຕະ​ວັດ​ທີ 15 ຫລາຍ​ສະ​ບັບ, ນອກນັ້ນ ຍັງ​ມີ​ເອ​ກະ​ສານ​ກ່ຽວ​ກັບ​ໝູ່​ເກາະ​ຮ່​ວາງ​ຊາ ນັບ​ຮ້ອຍ​ໆແຜ່ນ, ພົ້ນ​ເດັ່ນ​ແມ່ນ ແຜນ​ທີ 3 ສະ​ບັບ​ພິມ​ຈຳ​ຫນ່າຍ​ຢູ່​ຈີນ, ຊຸດ Atlas ແຜນ​ທີ່​ໂລກ ພິມ​ຈຳ​ຫນ່າຍ​ເມື່ອ​ປີ 1827.

ຂ່າວ/ບົດ​ອື່ນ