ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ດ້ວຍບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”

ງານວາງສະແດງ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ດ້ວຍບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ” - ảnh 1
ງານ​ວາງສະ​ແດງ​ວັດຖຸ​ພັນເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ ຫວຽດນາມ -
ດ້ວຍ​ບັນດາ​ຫລັກ​ຖານ​ປະຫວ​ັດສາດ ​ແລະ ນິຕິ​ທຳ
(ພາບ: ປະຊາຊົນ)

(vovworld) - ​​ ວັນ​ທີ 21/06 ຢູ່​ຫ້ອງ​ມູນ​ເຊື້ອວິທະຍາຄານທະຫານ​ບົກ ນະຄອນ​ດ່າ​ລາດ​ (​ແຂວງ ​ເລີມ​ດົ່ງ) ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ສົມທົບ​ກັບ​ວິທະຍາຄານ​ທະຫານ​ບົກ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ແຜນທີ່ ​ແລະ ວາງສະ​ແດງ​ວັດຖຸ​ພັນເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ ຫວຽດນາມ - ດ້ວຍ​ບັນດາ​ຫລັກ​ຖານ​ປະຫວ​ັດສາດ ​ແລະ ນິຕິ​ທຳ”. ມີ​ຮູບ​ພາບ, ​ແຜນ​ທີ່​​ເກືອບ 130 ​ແຜ່ນ ​ແລະ ​ເອກະສານ,ວັດຖຸ​ພັນ ​ແລ​ະ ປື້​ມວັນນະຄະດີ​ຫລາຍ​ສະບັບ​ໄດ້​ວາງສະ​ແດງ​ແມ່ນ​ເຕົ້າ​ໂຮມ​ບັນດາ​ແຫຼ່ງ​ເອກະສານ ຊຶ່ງ​ໄດ​້ນຳ​ມາຮັບ​ການ​ປະກາດນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ຂອງ​ນັກ​ຄົ້ນຄວ້າ, ນັກຮຽນ​ຮູ້​ພາຍ​ໃນ​ປະ​ເທດ ​ແລະ ສາກົນ. ​ໃນ​ນັ້ນ ສິ່ງ​ເປັນ​ໜ້າ​ສົນ​ໃຈ​ແມ່ນຊຸດ​ສຳ​ເນົາເອກະສານລວມມີ 19 ສະບັບ​ຂອງ​ລາດ​ຊະ​ວົງ ຫງວຽນ​ ຊຶ່ງ​ມີ​ມາ​ແຕ່​ສະ​ໄໝ​ເຈົ້ຊີວິດ

ມີ​ງມ້າງ (1820 - 1841) ​ຮອດສະ​ໄໝ​ເຈົ້າ​ຊີວິດ ບາ​ວດ້າຍ (1925 - 1945) ​ໄດ້ສ່ອງ​ແສງ​​ເຖິງວິວັດທະນາ​ການ​ສ້າງ​ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ລາດ​ຊະ​ວົງ ຫງວຽນຢ່າງ​ລຽນຕິດ.

 

 

 

ຂ່າວ/ບົດ​ອື່ນ