ງານ​ວາງ​ສະ​ແດງ​ແບບ​ທາງ​ໄກ “ພົນ​ເອກ ຫວໍ​ງວຽນ​ຢາບ - ນາຍ​ພົນ​ແຫ່ງ​ເທບ​ນິ​ຍາຍ”

(VOVWORLD) -ງານວາງສະແດງໄດ້ແນະນຳເອກະສານ, ພາບຖ່າຍ 200 ຢ່າງ, ອັນໄດ້ສະແດງໃຫ້ເຫັນຢ່າງເດັ່ນຊັດຂີດໝາຍຂອງທ່ານພົນເອກ ຫວໍງວຽນຢາບ ຢູ່ ເຮືອນ ແລະ ຂຸມໃຕ້ດິນ D67, ເຊິ່ງແມ່ນຮ່ອງຮອຍສະຖານປະຕິວັດ ທີ່ຕິດພັນກັບການເຄື່ອນໄຫວຂອງກົມການເມືອງ ແລະ ຄະນະພັກການທະຫານສູນກາງ ໃນສະໄໝຕໍ່ຕ້ານ ຕ້ານຈັກກະພັດ ອາເມລິກາ, ນັບແຕ່ປີ 1968 – 1975 ຢູ່ບໍລິເວນພະລາດຊະວັງ ທັງລອງ.
ງານ​ວາງ​ສະ​ແດງ​ແບບ​ທາງ​ໄກ “ພົນ​ເອກ ຫວໍ​ງວຽນ​ຢາບ - ນາຍ​ພົນ​ແຫ່ງ​ເທບ​ນິ​ຍາຍ” - ảnh 1ທ່ານພົນເອກ ຫວໍງວຽນຢາບ (ຜູ້ໃສ່ເສື້ອສີດຳ) ພວມຊີ້ນຳກອງປະຊຸມປຶກສາຫາລືກ່ຽວກັບບັ້ນຮົບຕ່າງໆ (ພາບເອກະສານ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງທ່ານພົນເອກ ຫວໍງວຽນຢາບ ຄົບຮອບ 110 ປີ (25/8/1911 – 25/8/2021), ນັບແຕ່ວັນທີ 22 ສິງຫາ, ສູນອະນຸລັກຮັກສາມໍລະດົກ ແທັງລອງ - ຮ່າໂນ້ຍ ໄດ້ຈັດຕັ້ງງານວາງສະແດງແບບທາງໄກ ດ້ວຍຫົວຂໍ້ “ທ່ານພົນເອກ ຫວໍງວຽນຢາບ - ນາຍພົນແຫ່ງເທບນິຍາຍ” ຜ່ານເວັບໄຊ, trungbayonline.hoangthanhthanglong.vn ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນການປະກອບສ່ວນອັນໃຫຍ່ຫຼວງຂອງພົນເອກ ຫວໍງວຽນຢາບ ທີ່ມີຕໍ່ພາລະກິດແຫ່ງການປົກປ່ອຍຊາດ; ປະກອບສ່ວນທົບທວນຄືນມູນເຊື້ອປະຕິວັດອັນສະຫງ່າອົງອາດຂອງກອງທັບປະຊາຊົນ ຫວຽດນາມ ທີິ່ຕິດພັນກັບນາຍພົນແຫ່ງເທບນິຍາຍຂອງຊາດ.

ງານວາງສະແດງໄດ້ແນະນຳເອກະສານ, ພາບຖ່າຍ 200 ຢ່າງ, ອັນໄດ້ສະແດງໃຫ້ເຫັນຢ່າງເດັ່ນຊັດຂີດໝາຍຂອງທ່ານພົນເອກ ຫວໍງວຽນຢາບ ຢູ່ ເຮືອນ ແລະ ຂຸມໃຕ້ດິນ D67, ເຊິ່ງແມ່ນຮ່ອງຮອຍສະຖານປະຕິວັດ ທີ່ຕິດພັນກັບການເຄື່ອນໄຫວຂອງກົມການເມືອງ ແລະ ຄະນະພັກການທະຫານສູນກາງ ໃນສະໄໝຕໍ່ຕ້ານ ຕ້ານຈັກກະພັດ ອາເມລິກາ, ນັບແຕ່ປີ 1968 – 1975 ຢູ່ບໍລິເວນພະລາດຊະວັງ ທັງລອງ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ