ງານວາງສະແດງແຜນທີ່,ເອກະສານຮ່ວາງຊາ,ເຈື່ຶອງຊາຂອງຫວຽດນາມ

ງານວາງສະແດງແຜນທີ່,ເອກະສານຮ່ວາງຊາ,ເຈື່ຶອງຊາຂອງຫວຽດນາມ - ảnh 1
ວາງສະ​ແດງ​ວັດຖຸ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາຂອງ ຫວຽດນາມ
 ດ້ວຍ​ບັນດາ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ກຳ” ປີ 2016
(ພາບ: tuyengiao.vn)

(vovworld) - ວັນ​ທີ 14/04, ພະ​ແນ​ກຖະ​ແຫຼ​ງຂ່າວ ​ແລະ ສື່​ສານ​ແຂວງ ຮ່ວາ​ບີ​ງ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະ​ຄອນ ຮ່ວາ​ບີງ ຈັດ​ຕັ້ງ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ວາງສະ​ແດງ​ວັດຖຸ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາຂອງ ຫວຽດນາມ - ດ້ວຍ​ບັນດາ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ກຳ” ປີ 2016. ງານ​ວາງສະ​ແດງ ​ເພື່ອ​ແນ​ໃສ່​ຊ່ວຍ​ບັນດາ​ພະນັກງານ, ນັກຮົບ, ປະຊາຊົນ​ບັນດາ​ເຜົ່າ​ແຂວງ ຮ່ວາ​ບີ​ງ ​ມີ​ຄວາມເຂົ້າ​ໃຈຢ່າງ​ຖືກຕ້ອງ​ກ່ຽວກັບສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​​ໃນປະຈຸ​ບັນ ກໍ່​ຄືບັນດາ​ລັດຖະນະ​ໂຍບາຍ, ຄວາມ​ປາດ​ຖະໜາ​ຂອງ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ເພື່ອ​​ພັດທະນາ​ປະ​ເທດ​ຊາດ. ພ້ອມ​ກັນ​ນັ້ນ ງານ​ວາງສະ​ແດງ​ຍັງ​ປະກອບສ່ວນຍົກ​ສູງ​ນ້ຳ​ໃຈຄວາມ​ສາມັກຄີ, ຄວາມ​ຮັບຜິດຊອບ​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນທຸກ​ຊັ້ນ​ວັນນະ​ໃນ​ເລື່ອງ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ໝູ່​ເກາ​ະສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ​​ໄວ້​ຢ່າງໝັ້ນຄົງ.

        ງານ​ວາງສະ​ແດງ​ແນະນຳ​ເອກ​ກະສາ​ນອັນລ້ຳ​ຄ່າຫລາຍຢ່າງ, ພິ​ເສດ​ແມ່ນ​ບັນດາປື້​ມ​ເອກະສານ, ຮູບ​ແຕ້ມ, ​ແຜນ​ທີ່​ທີ່​ກ່ຽວຂ້ອງ​ເຖິງ ຮ່ວາງ​ຊາ, ​ເຈື່ອງ​ຊາ ​​ຜ່ານ​​ໄລຍະ​ປະຫວັດສາດ​ຕ່າງໆຂອງ​ປະ​ເທດ​ຊາດ ຫວຽດນາມ, ​ເຊິ່ງ​ໄດ້​ເກັບ​ໂຮມຢູ່​ພາຍ​ໃນ​ປະ​ເທດ ​ແລະ ຫລາຍ​ປະ​ເທດ​​ໃນ​ທົ່ວ​ໂລກ. ຜ່ານ​ນັ້ນ ຢັ້ງຢືນຫຼັກ​ຖານ​ປະຫວັດສາດ ​ແລະ ພື້ນຖານ​ນິຕິ​ກຳທີ່ພິສູດ​ໃຫ້​ເຫັນອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ 2 ໝູ່​ເກາະ​ ເຈື່ອງຊາ ​ແລະ ຮ່ວາງ​ຊາ.

 

ຂ່າວ/ບົດ​ອື່ນ