ງານວາງສະແດງແຜນທີ່ແລະວັດຖຸເອກະສານ ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ

ງານວາງສະແດງແຜນທີ່ແລະວັດຖຸເອກະສານ ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ - ảnh 1
ພາບ​ປະ​ກອບ

(vovworld) - ວັນ​ທີ 13/1, ຢູ່​ສູນກອງ​ປະ​ຊຸມ - ວັນ​ທະ​ນະ​ທຳ​ແຂວງ​ລາຍ​ເຈົາ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ລາຍ​ເຈົາ ໄດ້​ໄຂ​ງານ​ວາງ​ສະ​ແດງ​ແຜນ​ທີ່ ແລະ ​ວັດ​ຖຸເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ​ຂອງ​ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” . ທ່ານ​ຕົງ​ແທງ​ຫາຍ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ໃຫ້​ຮູ້​ວ່າ: ລາຍ​ເຈົາ​ແມ່ນ​ແຂວງ​ທີ 53 ຈັດ​ຕັ້ງ​ການ​ວາງ​ສະ​ແດງ​ແຜນ​ທີ່ ແລະ ​ວັດ​ຖຸເອ​ກະ​ສານ ກ່ຽວ​ກັບຫົ​ວ​ຂໍ​້ “ຮ່​ວາງ​ຊາ, ເຈື່ອງ​ຊາ​ຂອງ​ຫວຽດ​ນາມ - ບັນ​ດາ​ພະ​ຍາດຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​​ເຜີຍ​ແຜ່ສຳ​ຄັນ, ປະ​ກອບ​ສ່ວນ​ສະ​ໜອງ​ບັນ​ດາຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ກຳ ຢັ້ງ​ຢືນ​ອະ​ທິ​ປະ​ໄຕ ບໍ່​​ອາດ​ປະ​ຕິ​ເສດ​ໄດ້​ຂອງ ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ 2 ແຫ່ງ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ.


ຂ່າວ/ບົດ​ອື່ນ