ງານວາງສະແດງແຜນທີ່ແລະແນະນຳເອກະສານຮ່ວາງຊາ,ເຈື່ອງຊາຂອງຫວຽດນາມຢູ່ແຂວງລອງອານ

ງານວາງສະແດງແຜນທີ່ແລະແນະນຳເອກະສານຮ່ວາງຊາ,ເຈື່ອງຊາຂອງຫວຽດນາມຢູ່ແຂວງລອງອານ - ảnh 1
ງານວາງສະແດງແຜນທີ່ແລະແນະນຳເອກະສານ
ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມຢູ່ແຂວງລອງອານ
(ພາບ: TTXVN)

(vovworld) - ​ ​ວັນ​ທີ 20/12 ທີ່​​ເທດສະບານ​ເມືອງ​ ກ໋ຽນ​ເຕື່ອງ,  ​ເທດສະບານ​ເຂດ​ຊາຍ​ແດນ​ຂອງ​ແຂວງ ລອງ​ອານ ​ໄ​ດ້ດຳ​ເນີນ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ​ແນະນຳ​​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ - ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ກຳ”. ​ເອກະສານ, ວັດຖຸ​ພັນ, ສິ່ງ​ພິມຫລາຍ​ຢ່າງ ​ແລະ ບັນດາ​ແຜນ​ທີ່​ຫລາຍ​ແຜ່ນ​ໄດ້​ຮັບ​ການ​ເລືອກ​ເຟັ້ນມາວາງສະ​ແດງ​ທີ່​ງານ​ວາງສະ​ແດງ​ຄັ້ງ​ນີ້ ​ແມ່ນ​ບັນດາ​ພະຍານ​ຫຼັກ​ຖານ​ທີ່ໝັ້ນ​ຄົງ ຢືນຢັນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ, ​ເຈື່ອງ​ຊາ; ພ້ອມ​ທັງປະຕິ​ເສດບັນດາ​ຖ້ອຍ​ທຳນອງ​ເສກ​ສັນ​ປັ້ນ​ແຕ່ງ​ປະຫວັດສາດ, ບັນດາຄຳ​ຮຽກ​ສິດ​ອະທິປະ​ໄຕ​ໄຮ້​ເຫດຜົນ​ຂອງ ຈີນ ສຳລັບ 2 ໝູ່​ເກາະ​ນີ້ ​ແລະ ບັນດາ​ເຂດ​ທະ​ເລ, ​ເກາະ​ອື່ນໆ​ບົນ​ທະ​ເລຕາ​ເວັນ​ອອກ. ບັນດາ​ພະຍານ​ຫຼັກ​ຖານ​ລວມມີ ​ເອກະສານ​ຕ່າງໆ​ໂດຍສະ​ໄໝ​ສັກ​ດີ​ນາ ຫວຽດນາມ ປະກາດ​ໃຊ້​ແຕ່​​ສະຕະ​ວັດ​ທີ 17 ຈົນ​ຮອດ​ຕົ້ນ​ສະຕະ​ວັດ​ທີ 20 ​ເຊິ່ງ​ໄດ້​ເປັນ​ການຢືນຢັນວ່າ ຫວຽດນາມ ​ໄດ້ສ້າງ ​ແລະ ປະຕິບັດ​ອະທິປະ​ໄຕ​ຢ່າງ​ລຽນ​ຕິດ​ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

ຂ່າວ/ບົດ​ອື່ນ