ງານແຂ່ງຂັນແລ່ນມາລາທອນສາກົນມໍລະດົກຮ່າໂນ້ຍ 2018

(VOVWORLD) -ວັນທີ 21 ຕຸລາ, ທີ່ຮ່າໂນ້ຍ, ໜັງສືພິມ ດ້າຍບ໋ຽວເຍິນເຢິນ ແປວ່າຜູ້ແທນປະຊາຊົນ ສົມທົບກັບບັນດາອົງການຈຳນວນໜຶ່ງ ໄດ້ຈັດງານແຂ່ງຂັນແລ່ນມາລາທອນ ສາກົນ ມໍລະດົກຮ່າໂນ້ຍ ປີ 2018 ດ້ວຍການເຂົ້າຮ່ວມຂອງນັກກິລາ ຫຼາຍກວ່າ 2.600 ຄົນມີທັງນັກກິລາອາຊີບ ແລະ ສະໜັກຫຼີ້ນ ທີ່ມາຈາກກວ່າ 50 ປະເທດ ແລະ ເຂດແຄ້ວນ.

ງານແຂ່ງຂັນແລ່ນມາລາທອນສາກົນມໍລະດົກຮ່າໂນ້ຍ 2018 - ảnh 1ງານແຂ່ງຂັນແລ່ນມາລາທອນສາກົນມໍລະດົກຮ່າໂນ້ຍ 2018

(ພາບ: plo.vn)

ຜົນການແຂ່ງຂັນ, ໃນໄລຍະທາງ 42 ກິໂລແມັດ: ລາງວັນທີ 1 ມີສອງລາງວັນໄດ້ແກ່ ນັກກິລາ ຟ້າມທິເຮ້ວ ແລະ ຮ່າວັນເຍິດ. ໄລຍະທາງ 21 ກິໂລແມັດ ລາງວັນທີ 1 ມີສອງລາງວັນ ໄດ້ແກ່ ນັກກິລາ ຫງວຽນທິແອັວງ ແລະ ໂດ໋ກັວກລັວດ. ໄຍລະທາງ 10 ກິໂລແມັດ: ລາງວັນທີ 1 ມີສອງລາງວັນໄດ້ແກ່ ເລທິລານ ແລະ ຫງວຽນຈຸງເກື່ອງ. ສ່ວນຢູ່ໄລຍະທາງ 5 ກິໂລແມັດ ຄະນະຈັດຕັ້ງຈະປະກາດຜົນ ແລະ ມອບລາງວັນຕາມຫຼັງ.

ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງ ງານແຂ່ງຂັນ ແລ່ນມາລາທອນສາກົນ ມໍລະດົກຮ່າໂນ້ຍ ໄດ້ຫັກເງິນ ຈຳນວນ 50 ລ້ານດົ້ງ ແລະ ມອບຫຼຽນທີ່ລະລຶກ ໃຫ້ແກ່ກອງທຶນ “ເພື່ອຫົວໃຈທີ່ແຂງແຮງ” ຂອງ ໂຮງໝໍຫົວໃຈຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ