ງານໂຮມຊຸມນຸມມິດຕິງ ຕອບສະໜອງເດືອນ ກະທຳປ້ອງກັນ ແລະ ຕ້ານໂລກເອດ

ງານໂຮມຊຸມນຸມມິດຕິງ ຕອບສະໜອງເດືອນ ກະທຳປ້ອງກັນ ແລະ ຕ້ານໂລກເອດ - ảnh 1
ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ
ຫງວຽນ​ແທ່ງ​ລອງ​ ກ່າວຄຳເຫັນທີ່ງານໂຮມຊຸມນຸມມິດຕິງ
 (ພາບ: internet)


Vovworld- ​“ ມຸ່ງ​ໄປ​ສູ່​ຈຸດໝາຍ​ບໍ່​ມີ​ຜູ້ຕິດເຊື້ອແຮັດໄອວີ/ໂລກເອດ ”  . ນີ້ແມ່ນຫົວຂໍ້ຂອງງານໂຮມຊຸມນຸມ ມິດຕິງຕອບສະໜອງເດືອນກະທຳແຫ່ງຊາດ​ເພື່ອປ້ອງກັນ ແລະ ຕ້ານການຕິດເຊື້ອແຮັດໄອວີ/ໂລກເອດ ແລະ ວັນໂລກປ້ອງກັນ ​ແລະ ຕ້ານເຊື້ອແຮັດໄອວີ/ໂລກເອດ ປີ 2012 ຊຶ່ງ​ຖືກ​ ຈັດ​ຂຶ້ນ ​ຢູ່ ​ແຂວງ​ເກີນ​ເທີ​ໃນ​ວັນ​ທີ 24/11. ກ່າວຄຳເຫັນທີ່ງານໂຮມຊຸມນຸມມິດຕິງ, ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ຫງວຽນ​ແທ່ງ​ລອງ​ເນັ້ນ​ໜັ້ກວ່າ: ຍຸດ​ທະ​ສາດ​ແຫ່ງ​ຊາດ​ເພື່ອ ປ້ອງກັນ ແລະ ຕ້ານການຕິດເຊື້ອ ແຮັດໄອວີ/ໂລກເອດ​ຢູ່​ຫວຽດນາມ​ເຖິງ​ປີ 2020 ​ແລ​ະ ວິ​ໄສ​ທັດ​ເຖິງ​ປີ 2030 ​ໄດ້​ຊີ້​ອອກ​ວ່າ ເຊື້ອແຮັດໄອວີ/ໂລກເອດ ຍັງ​ຄົງ​ແມ່ນ​ມະຫາ​ໄພທີ່​ນາບ​ຂູ່​ຕໍ່​ສຸຂະພາບ​ ​ແລະ ຊີວິດຂອງ​ມະນຸດ. ຫວຽດນາມ​ໄດ້​ມານະ​ພະຍາຍາມ​ໃນ​ຕະຫຼອດ​ກ່ວາ 20 ປີ ທີ່​ຜ່ານ​ມາ​ໃນ​ກິດຈະການປ້ອງກັນ ແລະ ຕ້ານການຕິດເຊື້ອ ແຮັດໄອວີ/ໂລກເອດ ​ແລະ ສາມາດ​ຍາດ​ໄດ້​ບັນດາ​ໝາກຜົນ​ທີ່​ເປັນ​ໜ້າ​ຊົມຊື່ນ. ສ່ວນທ່ານ Tony E. Lisle ​ໄດ້​ຢືນຢັນ​ວ່າ ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບການປ້ອງກັນ ແລະ ຕ້ານການຕິດເຊື້ອ ແຮັດໄອວີ/ໂລກເອດ ປະຈຳ​ຫວຽດນາມ ​ແລະ ອົງການ​ສາກົນ​ຕ່າງໆ​ຍາມ​ໃດ​ກໍ​ຮຽງບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ຫວຽດນາມ​ໃນ​ກິດຈະການ​ສະກັດ​ກັ້ນ ​ແລະ ຍູ້​ຖອຍມະ​ຫັນ​ຕະ​ໄພ ແຮັດໄອວີ/ໂລກເອດດ້ວຍ​ທຸກ​ມາດ​ຕະການ.

   ​ເນື່ອງ​ໃນ​ໂອກາດ​ນີ້, ນະຄອນ​ເກີນ​ເທີ​ກໍ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາອົງການ, ​ຫົວໜ່ວຍ, ສ່ວນ​ບຸກຄົນ​ທີ່​ມີ​ການ​ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ​ໃນ​ເຄືອຂ່າຍ ປ້ອງກັນ ແລະ ຕ້ານການຕິດເຊື້ອແຮັດໄອວີ/ໂລກເອດ ​ໃນ​ໄລຍະ​ທີ່​ຜ່ານ​ມາ. ​ໃນ​ນັ້ນ​ມີ​ກຸ່ມ​ເພື່ອນ​ຮ່ວມ​ງານ​ຂອງ​ມະຫາວິທະຍາ​ໄລ​ເກີນ​ເທີ. ນັກ​ສຶກສາ​ເລ​ແອ​ງຄວາ ສັງກັດ​ພະ​ແນ​ກຄຸ້ມ​ຄອງ​ດຳ​ເນີນ​ທຸລະ​ກິດ​ໃຫ້​ຮູ້​ວ່າ:

   “​ລາຍການ​ມີ​ຄວາມ​ໝາຍ​ທີ່​ສຸດ, ບັນດາ​ເພື່ອນ​ທີ່​ມາ​ຮ່ວມ​ໃນ​ມື້​ນີ້ ຈະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບເຊື້ອແຮັດໄອວີ/ໂລກເອດ. ​ໃນ​ເວລາ​ທີ່​ຈະ​ເຖິງ, ພວກ​ນ້ອງ​ຈະ​ມີ​ລາຍການ​ສະ​ແດງ​ຊຸດ​ອາພອນ​ດ້ວຍ​ຫົວ​ເລື່ອງເຊື້ອແຮັດໄອວີ, ​ເພື່ອ​​ໃຫ້​ເຂົາ​ເຈົ້າຫຼຸດຜ່ອນ​ການ​ລັງ​ກຽດ ​ເພື່ອ​ພາ​ໄປ​ເຖິງ​ວົງ​ຄະນະ​ຍາດ​ທີ່​ຈຳກັດ​ຜູ້ຕິດເຊື້ອ ແຮັດໄອວີ ”

   ສ່ວນ​ນາງ​ ຮີ​່ງທິ​ເທີ​ມ ຕ່າງ​ໜ້າ​ໃຫ້​ບັນດາ ຜູ້ຕິດເຊື້ອແຮັດໄອວີ ທີ່​ຕັ້ງໜ໊າ​ເຂົ້າ​ຮ່ວມ​ໃນ​ຂະ​ບວນການ​ໃຫ້​ຮູ້​ວ່າ :

    “ ນ້ອງ​ສາມາດ​ຊ່ວຍ​ບັນດາ​ເພື່ອນ​ທີ່​ມີ​ສະພາບ​ການ​ຄື​ນ້ອງ. ນ້ອງ​ໄດ້​ແນະນຳ​ໃຫ້​ເພື່ອນ​ຫຼາຍ​ຄົນ​ໄປ​ຫາ​ແພດ​ໝໍ​ເພື່​ອກວດ​ພະຍາດ. ນ້ອງ​ຮູ້ສຶກ​ດີ​ໃຈ​ເພາະວ່າ​ໄດ້​ຊ່ວຍ​ຫຼາຍ​ຄົນ ​ແລະ ວົງ​ຄະນະ​ຍາດ ”

ຂ່າວ/ບົດ​ອື່ນ