ງານໂຮມຊຸມນຸມສະ ເຫຼີມສະຫລອງ 40 ປີແຫ່ງວັນ ເຊັນສັນຍາປາຣີ

ງານໂຮມຊຸມນຸມສະ ເຫຼີມສະຫລອງ 40 ປີແຫ່ງວັນ ເຊັນສັນຍາປາຣີ - ảnh 1
(ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ
ເຂົ້າຮ່ວມງານ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະ​ຫລອງ 40 ປີ​ແຫ່ງວັນ​ເຊັນ​ສັນຍາ​ປາຣີ)


(vovworld) -     ຕອນ​​ເຊົ້າວັນ​ທີ 25/1, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດງານ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະ​ຫຼອງ 40 ປີ​ແຫ່ງວັນ​ເຊັນ​ສັນຍາ​ປາຣີ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ, ສ້າງສັນ​ຕິ​ພາບຄືນ​ໃໝ່​ຢູ່​ຫວຽດນາມ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງພັກ ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ພ້ອມ​ດ້ວຍ​ບັນດາ​ນັກ​ປະຕິວັດ​ຜູ້​ອາວຸ​ໂສ, ການ​ນຳ​ບັນດາ​ກະຊວງ ຂະ​ແໜງ​ການ​ຢູ່​ສູນ​ກາງ ​ແລະ ຮ່າ​ໂນ້ຍ, ບັນດາ​ແມ່​ຫວຽດນາມ ວິລະ​ຊົນ, ຕົວ​ພະຍານ​ຫຼັກ​ຖານ, ຜູ້ຕາງໜ້າ​ໃຫ້​ແກ່​ຂະ​ບວນການ​ສາກົນ​ສະໜັບສະໜູນ​ຫວຽດນາມ ​ໃນ​ການ​ເຈລະຈາ​ປາຣີ, ຜູ້ຕາງໜ້າ​ອົງການ​ທູຕານຸທູດ​ຕ່າງ​ປະ​ເທດ​ຈຳນວນ​ໜຶ່ງ​ປະຈຳ​ຮ່າ​ໂນ້ຍ.

ກ່າວ​ຄຳ​ເຫັນ​ທີ່ງານ​​ໂຮມຊຸມນຸມ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ເນັ້ນໜັກ​ວ່າ: ສັນຍາ​ປາຣີ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ, ສ້າງສັນ​ຕິ​ພາບຄືນ​ໃໝ່​ຢູ່​ຫວຽດນາມ ​ໄດ້​ຮັບ​ການ​ລົງ​ນາມ​ໃນ 40 ປີ​ກ່ອນ ​ແມ່ນ​ການ​ເຈລະຈາ​ຍາວ​ນານ​, ຫຍຸ້ງຍາກ,​ ສັບສົນທີ່​ສຸດ ແລະ ​ໄດ້​ຮັບ​ໄຊຊະນະ​ທີ່​ສະຫງ່າ​ອົງອາດ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ຂະ​ແໜງ​ການ​ ທູດ​ຫວຽດນາມ.

“​ໄປ​ພ້ອມ​ກັບ​ການ​ຕໍ່ສູ້​ໃນ​ການ​ເຈລະຈາ, ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ສະ​ແຫວງຫາ​ຫາງ​ສຽງ​ສາ​ກົນ​ຢູ່​ກອງ​ປະຊຸມ​ປາຣີ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ໂລກ ​ເຂົ້າ​ໃຈ​​ແຈ້ງ​ຄວາມ​ເປັນ​ທຳ​ຂອງ​ສົງຄາມ​ປົດ​ປ່ອຍ ​ແລ​ະ ​ເຈດ​ຕະນາ​ດີ​​ເພື່ອສັນຕິພາບ​ຂອງ​ປະຊາຊົນ​ຫວຽດນາມ,​ ເຜີຍ​ແບ່ເລ່ຫຼ່ຽມ, ກົນອຸບາຍ​ທີ່​ມືດ​ມົວ, ​ລັກສະນະ​ອະ​ທຳ, ​ໂຫດຮ້າຍ​ຂອງສົງຄາມ​ຮຸກ​ຮານ; ປະ​ກອບ​ສ່ວນ​ສຳຄັນສ້າງ​​ເປັນຂະ​ບວນການ​ປະຊາຊົນ​ໂລກ​​​ຕ້ານ​ອາ​ເມ​ລິ​ກາ ​ແລະ ສະໜັບສະໜູນ​ຫວຽດນາມ ຢ່າງ​ກວ້າງຂວາງ. ການ​ສະໜັບ​ສະ​ໜູນ​ຂອງ​ເພື່ອນ​ມິດສາ​ກົນ ​ໄດ້​ກາຍ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ປະຫວັດ​ສາດ​ແຫ່ງ​ການ​ຕໍ່ສູູ້້ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​ຂອງ​ປະຊາຊົນ​ຫວຽດນາມ, ​ເພື່ອ​ເອກະລາດ, ​ເສລີພາບ​​ແຫ່ງ​ຊາດ ​ແລະ ກໍ​ເພື່ອ​ຄວາມ​​ເປັນ​ທຳ ​ແລະ ຄວາມ​ຍຸດຕິ​ທຳ​ຢູ່ໃນ​ໂລກ.”

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ Helene Luc, ສະມາຊິກ​ສະພາ​ສູງກິຕິ​ມະ​ສັກ​ສະພາ​ສູງ​ຝລັ່ງ, ປະທານ​ສະມາຄົມ​ມິດຕະພາບ​ຝລັ່ງ - ຫວຽດນາມ ​​ໄດ້​ຖື​ວ່າ.

“ຈັດພິທີຄື​ແນວ​ນີ້​ແມ່ນ​ຈຳ​ເປັນ​ທີ່​ສຸດ ​ເພື່ອ​ຫວນ​ຄືນ​ມູນ​ເຊື້ອ​ວິລະ​ຊົນ​ຂອງ​ຊາດ​ຫວຽດນາມ, ດ້ວຍ​ຄວາມ​ສາມັກຄີ​ສາກົນ ຫວຽດນາມ ​ຍາດ​ໄດ້ໄຊຊະນະ​ແມ່ນ​ສິ່ງ​ທີ່​ແນ່ນອນ. ຢູ່ Choisy le Roi ພວກ​ຂ້າພະ​ເຈົ້າ​ກໍ​ຈັດ​ຕັ້ງ​ວັນ​ເຊັນ​ສັນຍາ​ປາຣີ. ເພື່ອເລ່ົາ​ໃຫ້​ລຸ້ນໜຸ່ມ​​ໃນ​ປະ​ເທດ​ຕົນ​ກ່ຽວ​ກັບ​ລັດທິ​ວິລະ​ຊົນ​ຂອງ​ພວກ​ເພື່ອນ, ກ່ຽວ​ກັບ​ຄວາມ​ສາມັກຄີ​ຢ່າງ​ເລີກ​ເຊິ່ງ ​ແລະ ສະໜິດ​ແໜ້ນ​ລະ​ຫວ່າງ 2 ຊາດ​ພວກເຮົາ”.

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ນາມມະຍົດ​ນັກ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນໃຫ້​ແກ່ 2 ຄະນະ​​ເຈລະຈາ​ຂອງ​ລັດຖະບານ​​ສາທາລະນະລັດປະຊາທິປະ​ໄຕຫວຽດນາມ ​ແລະ ລັດຖະບານປະຕິວັດຊົ່ວຄາວສາທາລະນະ​ລັດພາກ​ໃຕ້​ຫວຽດນາມ ​ເຊິ່ງ​ໄດ້​ມີ​ຜົນງານດີ​ເດັ່ນ​ໃນ​ວິວັດ​ການ​ຕໍ່ຕ້ານ ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ ກູ້ຊາດ.

ຂ່າວ/ບົດ​ອື່ນ