ງານໂຮມຊຸມນຸມສະເຫຼີມສະຫຼອງ100ປີແຫ່ງວັນຄ້າຍວັນເກີດທ່ານເລຂາທິການໃຫຍ່ຫງວຽນວັນລີງ

ງານໂຮມຊຸມນຸມສະເຫຼີມສະຫຼອງ100ປີແຫ່ງວັນຄ້າຍວັນເກີດທ່ານເລຂາທິການໃຫຍ່ຫງວຽນວັນລີງ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
(ພາບ: anninhthudo.vn)

(vovworld) - ​ ວັນ​ທີ 30/6, ຢູ່​ນະ​ຄອນ ຮືງ​ອຽນ, ແຂ​ວງ ຮືງ​ອຽນ, ໄດ້​ດ​ຳ​ເນ​ີນ​ງານໂຮມ​ຊຸມ​ນຸມ​​ສະ​ເຫຼີມ​ສະຫຼອງ 100 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລີງ ຢ່າງ​ສົມ​ກຽດ. ເຂົ້າ​ຮ່ວມ​ງານ​ໂຮມຊຸມ​ນຸມ​ມີ​ບັນ​ດາ​ການ​ນຳ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ ພ້ອມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ ແລະ ແຂວງ ຮືງ​ອຽນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ  ເນັ້ນ​ໜັກ​ວ່າ:

        “ທີ່​ໜຶ່ງ​ແມ່ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລີງ ໄດ​້​ພ້ອມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ພາກ​ໃຕ້​ເຄື່ອນ​ໄຫວ​ໃນ​ການ​ຕໍ່​ຕ້ານ​ອັນ​ຍືດ​ເຍື້ອ​ຍາວ​ນານ 2 ຄັ້ງ​ຂອງ​ປະ​ເທດ​ຊາດ. ທີ່​ສອງ​ແມ່ນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລີງ ໄດ້​ພ້ອມ​ກັບ​ສູນ​ກາງມ​ີ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ ແລະ ສຳ​ຄັນ​ໃນ​ພາ​ລະ​ກິດ​ປ່ຽ​ນ​ໃໝ່​ປະ​ເທດ​ຊາດ. ເມື່ອ​ດຳ​ລົງ​ຕຳ​ແໜ່ງ​ແມ່ນ​ເລ​ຂາ​ທິ​ການ​ໃຫຍ່ຜູ້​ທຳ​ອິດ​ຂອງ​ໄລ​ຍະ​ປ່ຽນ​ໃໝ່, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລີງ ໄດ້​ພ້ອມ​ກັບ​ໝູ່​ຄະ​ນະ​ກົມ​ການ​ເມືອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ວາງ​ ແນວ​ທາງ​ປ່ຽນ​ໃໝ່ຢ່​າງ​ຖືກ​ຕ້ອງ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເໝ​າ​ະ​ສົມ​ກັບ​ສະ​ພາ​ບ​ການ​ຕົວ​ຈິງ​ຂອງ ຫວຽດ​ນາມ, ບົນ​ພື້ນ​ຖານນັ້ນ, ໄດ້​ຊີ້​ນຳ, ນຳ​ພາ​​ຢ່າງ​ສະຫຼາ​ດ​ສ່ອງ​ໄສ, ເປັນ​ເຈົ້າ​ການ​ບັນ​ຊາ​ການ​ປະ​ຕິ​ວັດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ, ດຳ​ເນີນ​ພາ​ລະ​ກິດ​ປ່ຽ​ນ​ໃໝ່ ແລະ ບັນ​ລຸ​ໄດ້​ບັນ​ດາ​ໝາ​ກ​ຜົນ​ສຳ​ຄັນ​ໃນ​ເບື້ອງ​ຕົ້ນ. ທີ​ສາມ​ແມ່ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລີງ ແມ່ນ​ແບບ​ຢ່າງ​ທີ່​ເຫຼື້ອມ​ໄສ​ກ່ຽວ​ກັບ​ຄຸນ​ນະ​ທາດ​ຂອງ​ນັກ​ກອມ​ມູ​ນິດ ຫວຽດ​ນາມ ຈົງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ, ມີ​ຄວາມ​ກະ​ຕັນ​ຍູ​​ຕໍ່ປະ​ຊາ​ຊົນ…”

        ກ່ອນ​ໜ້ານັ້ນ, ຕອນຄຳ​່​ວັນ​ທີ 29/6, ຢູ່​ນະ​ຄອນ ຮືງ​ອຽນ, ແຂວງ ຮືງ​ອຽນ ໄດ້​ດຳ​ເນີນ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ​ລະ​ດັບ​ຊາດ​ສະ​ເຫຼີມ​ສະຫຼອງ 100 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລີງ, ທີ່​ມີ​ຊື່​ວ່າ “ຮືງ​ອຽນ - ບົດ​ເພງ​​ແຫ່ງ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ”. ລາຍ​ການ​ດ້ວຍ​ບັນ​ດາ​ບົດ​ເພງ​ຍ້ອງ​ຍໍ​ຊົມ​ເຊີຍ​ແນວ​ທາງ​ທີ່​ສະຫຼາດ​​ສ່ອງໄສ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ຍ້ອງ​ຍໍ​ຊົມ​ເຊີຍ​ມູນ​ເຊື້ອ​ອະ​ລິ​ຍາ​ທຳ, ການ​ປະ​ຕິ​ວັດ​ຂອງ​ເຂ​ດ​ດິນ​ແດນ, ປະ​ຊາ​ຊົນ ຮືງ​ອຽນ, ຍ້ອງ​ຍໍ​ຊົມ​ເຊີຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລີງ ດ້ວຍ​ພາ​ລະ​ກິດ​ປ່ຽນ​ໃໝ່​ປະ​ເທດ​ຊາດ ແລະ ຄວາມ​ຮັກ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​​ຕໍ່​ບ້ານ​ເກີ​​ດເມືອງນອນ ຮືງ​ອຽນ.

        ຕອນ​ບ່າຍ​ວັນ​ທີ 29/6, ບັນ​ດາ​ການ​ນຳ​ພັກ, ລັດ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຖະ​ຫວາຍ​ທູບ​ທຽນ​ສະ​ເຫຼີມ​ສະຫຼອງ 100 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລີງ (1/7/1915 – 1/7/2015) ຢູ່​ເຂດ​ອະ​ນຸ​​ສອນ​ສະ​ຖານ​​ຢູ່​ບ້ານ​ເກີດຂອງ​ທ່ານ​ແມ່ນ​ໃນ​ຕາ​ແສງ ຢາຍ​ຟ້າມ, ເມືອງ ອຽນ​ໝີ້, ແຂວງ ຮືງ​ອຽນ.


ຂ່າວ/ບົດ​ອື່ນ