ງານໂຮມຊຸມນຸມສະເຫຼີມສະຫຼອງວັນຊີວະນາໆພັນ

ງານໂຮມຊຸມນຸມສະເຫຼີມສະຫຼອງວັນຊີວະນາໆພັນ - ảnh 1
(ພາບປະກອບ)

(vovworld) -  ຕອນ​ເຊົ້າ​ວັນ​ທີ 22/05, ຢູ່​ຮ່າ​ໂນ້ຍ, ກົມ​ໃຫຍ່​ສິ່ງ​ແວດ​ລ້ອມ, ກະຊວງ​ຊັບພະຍາກອ​ນ ​ແລະ ສິ່ງ​ແວດ​ລ້ອມ ຈັດ​ຕັ້ງງານ​ໂຮມ​ຊຸມນຸມສະ​ເຫຼີ​ມສະຫຼອງ​ວັນ​ຊີວະ​​ນາໆ​ພັນ ດ້ວຍ​ຫົວ​ຂໍ້​ວ່າ “​ຊີວະ​ນາໆ​ພັນ ​ແລ​ະ ນ້ຳ”. ປະຈຸ​ບັນ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ສົນ​ທິສັນຍາ​ສາກົນ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາຊີວະ​ ນາໆ​ພັນ​ຄື ສົນ​ທິສັນຍາຊີວະນາໆ​ພັນ, ສັນ​ທິສົນຍາ Ramsar ກ່ຽວ​ກັບ​ການ​ອະນຸລັກຮັກສາບັນ​ດາ​ເຂດ​ດິນ​ນ້ຳ​ຖ້ວມ​ທີ່​ມີລະດັບ​ສຳຄັນ​ສາກົນ. ສົນທິສັນຍາສາກົນ​ກ່ຽວ​ກັບ​ການ​ຄ້າ​ຂາຍ​ສັດ, ພືດສາ​ຊາດ​ໄມ້​ທີ່​ມີ​ໄພ​ຈະ​ຖືກ​ສູນຫາຍ​ໄປ. ທ່ານຟ້າ​ມ​​ແອ​ງ​ເກື່ອງ, ຫົວໜ້າ​ກົມ​ອະນຸລັກ​ຮັກສາຊີວະ​ນາໆ​ພັນ ​ແບ່ງປັນ​ວ່າ.

        “ປະຊາ​ຄົມ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ວຽການ​ປົກ​ປັກ​ ຮັກສາຊີວະ​ນາໆ​ພັນ. ບັນດາ​ເຂດ​ທີ່ມີຊີວະ​ນາໆ​ພັນແມ່ນ​​ບັນດາ​ເຂດ​ອະນຸລັກ​ຮັກສາ​ແລະ ຢູ່​ອ້ອມ​​ເຂດນັ້ນແມ່ນບ່ອນ​ດຳລົງ​ຊີວິດ​ຂອງ​ຊຸມ​ຊົນ. ສະ​ນັ້ນ, ​ເມື່ອ​ຊຸມ​ຊົນ​ເຂົ້າ​ຮ່ວມ​ວຽກ​ງານ​ຄຸ້ມ​ຄອງ ​ເຂົ້າ​ເຈົ້າ​ຈະ​ເຂົ້າ​ໃຈ​ໄດ້​ຄຸນ​ຄ່າຂອງຊີວະນາໆ​ພັນ, ​ເຂົ້າ​ເຈົ້າ​ຈະຖະນຸຖະໜອມ​ກ່ວາ ຫຼື​ຈະປະກອບສ່ວນ​ປົກ​ປັກ​ຮັກສາຊີວະນາໆ​ພັນ ​ແລະ ເຂົ້າ​ຮ່ວມ​ການ​ປູກ​ປ່າ”.

 

ຂ່າວ/ບົດ​ອື່ນ