ຈັດກອງປະຊຸມຂ່າວໄຂປີ ທ່ອງທ່ຽວແຫ່ງຊາດ ເຂດແຄມທະເລຕອນເໜືອພາກກາງ Hue 2012

ຈັດກອງປະຊຸມຂ່າວໄຂປີ ທ່ອງທ່ຽວແຫ່ງຊາດ ເຂດແຄມທະເລຕອນເໜືອພາກກາງ Hue 2012 - ảnh 1
( Festival Hue 2012 )

( vovworld ) – ​ ຕອນ​ເຊົ້າ​ວັນ​ທີ 6/4, ຢູ່​ນະຄອນ Hue, ກົມ​ໃຫຍ່​ທ່ອງທ່ຽວ​ຫວຽດນາມ, ຄະນະ​ກຳມະການ​ປະຊາຊົນ​ແຂວງ Thua Thien Hue ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ແຄມ​ທະ​ເລ​ຕອນເໜືອ​ພາກ​ກາງ Hue 2012 ​ແລະ Festival Hue 2012. ມີ​ນັກ​ຂ່າວ​ກວ່າ 500 ຄົນ​ຂອງ​ບັນດາ​ອົງການ​ສື່ມວນ​ຊົນທັງ​ຢູ່​ພາຍ​ໃນ ​ແລະ ຂອງຕ່າງປະ​ເທດ​ເຂົ້າ​ຮ່ວມ. ປີ່​ທ່ອງ​ທ່ຽວ​ແຫ່ງ​ຊາດເຂດ​ແຄມ​ທະ​ເລຕອນເໜືອພາກ​ກາງ Hue 2012 ແລະ Festival Hue ຈະ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 7/4 ຢູ່ນະຄອນ Hue.

Festival Hue 2012 ດ້ວຍ​ຫົວ​ຂໍ້ “ ມໍລະດົກ​ວັດທະນະທຳ​ກັບ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ - ​ແຫ່ງ​ພົບ​ປະ​ຂອງບັນດາ​ນະຄອນ​ປະຫວັດສາດ ”. ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ 40 ​ສິ​ລະ​ປະກອນທີ່​ມາ​ຈາກ 28 ປະ​ເທດ​ຂອງ 5 ທະວີບ ​ແລະ ຄະ​ນະສິລະ​ປະກອນ​ນັບ 10 ​ຄະ​ນະພາຍ​ໃນ​ປະ​ເທດ ​ເຊິ່ງລວມມີ​ບັນດາ​ນັກ​ສິລະ​ປະປິນທີ່​ມີ​ຊື່​ສຽງ. ຮ​ອງປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ​ແຂວງ Thua Thien Hue ກ່າວ​ວ່າ.

ໜ້າ​ທີ່​ທີ່​​ໄດ້ວາງ​ອອກ​ໃຫ້​ແກ່ Festival ​ແມ່ນ​ຊອກ​ຫາ, ​ຄັດເລືອກ​ໃນສຽງວັດທະນະທຳ​ເພື່ອ​ສ້າງ​ບັນດາ​ງານ​ບຸນ​ໃໝ່ທີ່ດູດ​ດຶ່ມ ​ແລະ ສາມາດ​ໂຄສະນາ​ການທ່ອງທ່ຽວ Hue ​ແລະ ຫວຽ​​ດນາມ ອອກ​ສູ່​ໂລກ. ​ເຮັດ​ໄດ​້​ເຊັ່ນ​ນັ້ນຈຶ່ງ​ສາມາດດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ໄດ້. Festival Hue 2012 ​​ແມ່ນ​ຈຸດ​ພົ້ນ​ເດັ່ນ, ​ແມ່ນ​ຈຸດ​ໃຈກາງ​ຂອງ​ປີ​ທ່ອງ​ທ່ວ​ແຫ່ງ​ຊາດ ​ແລະ ​ແຂກ​ທ່ອງ​ທ່ຽວ​ຈະ​ມີ​ຄວາມ​ປະ​ທັບ​ໃຈ​ເມື່ອ​​ເຂົ້າ​ຮ່ວມ Festival ​ແລະ ຈະຄ່ອຍ​ຖ້າມີ​ໂອກາດ​ກັບ​ຄືນ​ເພື່ອຄົ້ນ​ຫາ​ບັນດາ​ມໍລະດົກ, ທິວ​ທັດ​ທຳ​ມະ​ຊາດ, ຊາວ​ຫວດນາມ ​ແລະ ອາຫານ Hue. Festival Hue ຈະ​ສຸມ​ໃສ່​ໂຄສະນາ​ໃຫ້​​ແກ່​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ ​ຮູ້​ຈັ​ເຖິງນະຄອນ Hue ກໍ່​ຄື​ການທ່ອງທ່ຽວຂອງ​ຫຽ​ດນາມ”

ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ແຄມ​ທະ​ຕອນທິດເໜືອ​ພາກ​ກາງ Hue 2012, ດ້ວຍ​ຫົວ​ຂໍ້ “ ທ່ອງ​ທ່ຽວ​ມໍລະດົກ ” ດ້ວຍ​ບັນດາ​ການ​ເຄື່​ອນ​ໄຫວ​ງານ​ບຸນ, ວັດທະນະທຳ​ກິລາ​ໄດ້​ດຳ​ເນີນ​ໄປ​ໃນ​ຕະຫຼອດປີ 2012 ຢູ່ 6 ​ແຂວງ​ເຂດ​ແຄມ​ທະ​ເລ​ຕອນເໜືອ​ພາກ​ກາງ. ​ໃນ​ນັ້ນ​ສຸມ​ໃສ່​ເຫດການ Festival Hue ​ແລະ ບັນດາ​ງານ​ບຸນ​ຕົ້ນ​ລະດູ​ບານ​ໃໝ່​ໃນ​ເດືອນ 1 ​ແລະ ​ເດືອນ 2.

ຂ່າວ/ບົດ​ອື່ນ