ຈັດການຊ້ອມໃຫຍ່ວຽກງານເລືອກຕັ້ງຢູ່ໝູ່ເກາະເຈື່ອງຊາ, ແຂວງແຄ້ງຮວ່າ
(VOVWORLD) - ການຊ້ອມໃຫຍ່ໂດຍເຂດພິເສດເຈື່ອງຊາ ຈັດຂຶ້ນຢ່າງເຂັ້ມງວດດ້ວຍເນື້ອໃນຢ່າງຄົບຖ້ວນ ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການເລືອກຕັ້ງ.
ເກາະເຈື່ອງຊາກຽມພ້ອມໃຫ້ແກ່ວັນບຸນໃຫຍ່ (ພາບ: VOV)
|
ຕອນເຊົ້າວັນທີ 14 ມີນາ, ຢູ່ເຂດປ່ອນບັດເລືອກຕັ້ງເລກທີ 14, ເກາະເຈື່ອງຊາ (ເຂດພິເສດເຈື່ອງຊາ) ໄດ້ດຳເນີນການຊ້ອມໃຫຍ່ວຽກງານກະກຽມຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031.
ການຊ້ອມໃຫຍ່ໂດຍເຂດພິເສດເຈື່ອງຊາ ຈັດຂຶ້ນຢ່າງເຂັ້ມງວດດ້ວຍເນື້ອໃນຢ່າງຄົບຖ້ວນ ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການເລືອກຕັ້ງ. ບັນດາກຳລັງພວມຕັ້ງຖິ່ນທັບ, ປະຊາຊົນໃນເກາະໄດ້ປະຕິບັດການຊ້ອມໃຫຍ່ວິວັດການຕ້ອນຮັບຜູ້ມີສິດເລືອກຕັ້ງ, ກວດກາບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ແນະນຳການປ່ອນບັດ ແລະ ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ສະຖານທີ່ປ່ອນບັດ. ວຽກງານປະດັບປະດາຕ້ອນຮັບແຂກ, ຈັດວາງຕູ້ປ່ອນບັດ, ຕິດປະກາດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ແລະ ຜູ້ສະໝັກຮັບເລືອກຕັ້ງໄດ້ປະຕິບັດສຳເລັດຕາມຂໍ້ກຳນົດ. ບັນດາຜູ້ມີສິດເລືອກຕັ້ງຢູ່ເກາະເຈື່ອງຊາ ຈະເຂົ້າຮ່ວມການເລືອກຕັ້ງພ້ອມກັບຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ໃນວັນທີ 15 ມີນາ 2026.