ເວເນຊູເອລາ ເຊື່ອໝັ້ນ ຫວຽດນາມ ສືບຕໍ່ປະສົບຜົນສຳເລັດໃນອາຍຸການ ຂອງສະພາແຫ່ງຊາດຊຸດໃໝ່
(VOVWORLD) - ການກະກຽມຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບ ແລະ ໂປ່ງໃສສະແດງໃຫ້ເຫັນວ່າເຫດການການເມືອງສຳຄັນນີ້ສືບຕໍ່ສະແດງໃຫ້ເຫັນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງມີຊີວິດຊີວາ ກໍ່ຄືພື້ນຖານອັນໝັ້ນແກ່ນຂອງລະບົບການເມືອງ ຫວຽດນາມ.
ທ່ານເອກອັກຄະລັດຖະທູດ ຫວູຈູງມີ ຕ້ອນຮັບທ່ານ Carolus Wimmer ປ.ອ ປະທານ ອົງການມິດຕະພາບ ເວເນຊູເອລາ ຫວຽດນາມ (ພາບ: TTXVN)
|
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກກັບສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ ຢູ່ນະຄອນຫຼວງ Caracas, ທ່ານ ປ.ອ Carolus Wimmer ປະທານອົງການມິດຕະພາບ ເວເນຊູເອລາ - ຫວຽດນາມ ໄດ້ສົ່ງຄຳອວຍພອນໄປຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດ ຫວຽດນາມພວມກະກຽມຢ່າງລອບຄອບຖີ່ຖ້ວນ ແລະ ລະອຽດໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໃນວັນທີ 15 ມີນາ.
ທ່ານ ປ.ອ Carolus Wimmer ເນັ້ນໜັກວ່າ ການກະກຽມຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບ ແລະ ໂປ່ງໃສສະແດງໃຫ້ເຫັນວ່າເຫດການການເມືອງສຳຄັນນີ້ສືບຕໍ່ສະແດງໃຫ້ເຫັນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງມີຊີວິດຊີວາ ກໍ່ຄືພື້ນຖານອັນໝັ້ນແກ່ນຂອງລະບົບການເມືອງ ຫວຽດນາມ. ທ່ານ ປ.ອ Carolus Wimmer ສະແດງຄວາມເຊື່ອໝັ້ນວ່າ ການເລືອກຕັ້ງຈະມາເຖິງຈະສືບຕໍ່ເປີດອາຍຸການຂອງສະພາແຫ່ງຊາດຊຸດໃໝ່ທີ່ມີຄວາມຂະຫຍັນຂັນເຄື່ອນ, ປະສິດທິຜົນ, ສືບຖອດ ແລະ ເສີມຂະຫຍາຍຜົນສຳເລັດທີ່ບັນລຸໄດ້, ຜ່ານນັ້ນ ນຳຫວຽດນາມສືບຕໍ່ກ້າວເດີນຢ່າງໝັ້ນແກ່ນບົນເສັ້ນທາງພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ.