ຈັດການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນຄອບຄົວຫວຽດນາມ

(VOVWORLD) -ເນື້ອໃນຂອງແຜນການແມ່ນສ້າງລາຍການພົບປະແລກປ່ຽນສິລະປະ “ຄວາມຜາສຸກຄອບຄົວຫວຽດ” ໃນຊ່ອງໂທລະພາບ VOVTV (ບໍ່ມີຜູ້ເຂົ້າຊົມໂດຍກົງ).
ຈັດການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນຄອບຄົວຫວຽດນາມ - ảnh 1(ພາບປະກອບ: moha.gov.vn)

ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫາກໍປະກາດໃຊ້ຂໍ້ຕົກລົງກ່ຽວກັບແຜນການຈັດການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນຄອບຄົວຫວຽດນາມ (28 ມິຖຸນາ 2001 – 28 ມິຖຸນາ 2021) ໃນຊ່ອງໂທລະພາບວິທະຍຸກະຈາຍສຽງຫວຽດນາມ (VOVTV).

        ຕາມນັ້ນແລ້ວ, ເນື້ອໃນຂອງແຜນການແມ່ນສ້າງລາຍການພົບປະແລກປ່ຽນສິລະປະ “ຄວາມຜາສຸກຄອບຄົວຫວຽດ” ໃນຊ່ອງໂທລະພາບ VOVTV (ບໍ່ມີຜູ້ເຂົ້າຊົມໂດຍກົງ). ລາຍການລວມມີ 3 ພາກ: ສ້າງຄອບຄົວໃຫ້ອົບອຸ່ນ; ຮັກສາຄວາມຜາສຸກ; ຄອບຄົວມີຄວາມສະຫງົບສຸກ-ສັງຄົມຜາສຸກ ເຊິ່ງໄດ້ອອກອາກາດເປັນເວລາ 60 ນາທີ, ຄາດວ່າຈະອອກອາກາດໃນວັນທີ 27 ມິຖຸນາ 2021. ລາຍການແມ່ນເພື່ອແນໃສ່ສ້າງການແຜ່ຂະຫຍາຍ ແລະ ເຊີດຊູບັນດາຄຸນຄ່າອັນດີງາມຂອງຄອບຄົວຫວຽດນາມ, ຖືກບັນດາທັດຖານຄຸນສົມບັດ, ແບບແຜນດຳລົງຊີວິດ ແລະ ມູນເຊື້ອວັດທະນະທຳອັນດີງາມຂອງຄອບຄົວເປັນສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ