ຈັດການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍສະຫງວນໃຫ້ແກ່ເດັກນ້ອຍໃນໂອກາດບຸນໄຫວ້ພະຈັນ

ຈັດການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍສະຫງວນໃຫ້ແກ່ເດັກນ້ອຍໃນໂອກາດບຸນໄຫວ້ພະຈັນ - ảnh 1
ພາບປະກອບ:internet


(vovworld)-  ​ເພື່ອ​ໃຫ້​ເດັກຖືກພະຍາດທີ່​ພວມ​ປິ່ນປົວ​ໃນໂຮງໝໍ​​ໄດ້​ຮັບ​ບຸນ​ໄຫວ້​ພະຈັນ​ຢ່າງ​ເບິ​ກບານ​ມ່ວນ​ຊື່ນ, ​ໂຮງໝໍ​ເດັກ​ສູນ​ກາງ ​ໄດ້​ສົມທົບ​ກັບ​ບັນດາ​ນັກ​ອຸປະ​ຖຳ ຈັດ​ຕັ້ງ​ລາຍການ “ບຸນ​ໄຫວ້​ພະຈັນ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ” ດ້ວຍ ການ​ເຄື​່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ມີ​ຄວາມ​ໝາຍສະ​ຫງວນ​ໃຫ້​ແກ່​ເດັກນ້ອຍ ​ເພື່ອ​ປະກອບສ່ວນ​ຫລຸດຜ່ອນ​ຄວາມ​ເຈັບ​ປວດ​ຈາກພະຍາດລົງ​ສ່ວນ​ໃດ​ຫນຶ່ງ.  ໃນລາຍການ​ດັ່ງກ່າວ ​​ເດັກ​ແຕ່ລະຄົນ​ໄດ້​ຮັບ​ຂອງ​ຂວັນ​ຫນຶ່ງ​ພູດ, ນອກ​ນັ້ນ​ພວກ​ນ້ອງ​ຍັງ​ໄດ້​ຮັບ​ຊົມ​ລາຍການ​ສິລະ​ປະ ​ໂດຍ​ບັນດາ​ນັກ​ສິລະ​ປິນ​ສະ​ແດງ​ດ້ວຍຄວາມຢ່າງ​ສະໝັກ​ໃຈ.

ຕອນ​ຄຳ່​ວັນ​ດຽວ​ກັນ ແຂວງ ຫວີງ​ລອງ, ​​ແຂວງ ກອນ​ຕູມ, ນະຄອນ ​​ຟານ​ທຽດ ກໍ​ໄດ້​ຈັດ​ງານ​ບຸນ​ໄຫ​ວ້ພະຈັນ​ໃຫ້​ເດັກນ້ອຍ. ​ແຂວງ ຫວີງ​ລອງ​ໄດ້​ຫັກ​ງົບປະມານ​ກວ່າ 120 ລ້ານ​ດົ່ງ ​​ເພື່ອ​ມອບ​ຂອງຂວັນ ​ແລະ ຈັດ​ລາຍການ​ຕ້ອນຮັບ​ບຸນ​ໄຫວ້​ພະຈັນ​ໃຫ້​​ແກ່​ເດັກນ້ອຍ​ທຸກ​ຍາກ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ນັບ 3.900 ຄົນ. ​ສ່ວນແຂວງກອນຕູ​ມ ກໍ​ໄດ້​ຫັກ​ງົບ​ປະມານ 85,5 ລ​້ານດົ່ງ​ເພື່ອ​ຈັດ​ຕັ້ງ​ງານ​ບຸນ​ໃຫ້​ແກ່​ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພິ​ເສດ.

ຂ່າວ/ບົດ​ອື່ນ