ຈັດການເຄື່ອນໄຫວອຸດົມສົມບູນຫຼາຍຢ່າງໃນງານບຸນ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 8

(VOVWORLD) -ງານບຸນຈະມີການເຄື່ອນໄຫວອຸດົມສົມບູນຫຼາຍຢ່າງ, ລວມມີ: ລາຍການພົວພັນແລກປ່ຽນດ້ານການຄ້າ, ອາຫານການກິນ ແລະ ທ່ອງທ່ຽວ, ໂຄສະນາບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ 2 ປະເທດ
ຈັດການເຄື່ອນໄຫວອຸດົມສົມບູນຫຼາຍຢ່າງໃນງານບຸນ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 8 - ảnh 1(ທ່ານ ເຈິ່ນເຟືອກແອັງ, ຫົວໜ້າພະແນກພົວພັນຕ່າງປະເທດນະຄອນ ໂຮ່ຈີມິນ)

        ງານບຸນ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 8 ຈະຈັດຂຶ້ນແຕ່ວັນທີ 23-26 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ ດ້ວຍຫົວຂໍ້ “ພ້ອມກັນຈັບມືກັນໃຫ້ແໜ້ນ, ມຸ່ງໄປເຖິງອະນາຄົດ, ບືນຕົວອອກສູ່ໂລກ”. ວັນທີ 16 ກຸມພາ, ທີ່ກອງປະຊຸມຖະແຫຼງຂ່າວ ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ, ທ່ານ ເຈິ່ນເຟືອກແອັງ, ຫົວໜ້າພະແນກພົວພັນຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ແຈ້ງໃຫ້ຮູ້ວ່າ, ງານບຸນຈະມີການເຄື່ອນໄຫວອຸດົມສົມບູນຫຼາຍຢ່າງ, ລວມມີ: ລາຍການພົວພັນແລກປ່ຽນດ້ານການຄ້າ, ອາຫານການກິນ ແລະ ທ່ອງທ່ຽວ, ໂຄສະນາບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ 2 ປະເທດ, ງານພົບປະແລກປ່ຽນວັດທະນະທຳສິລະປະ ຫວຽດນາມ - ຍີ່ປຸ່ນ. ກໍ່ທີ່ເຫດການນີ້ຈະດຳເນີນກອງປະຊຸມສຳມະນາ, ການເຄື່ອນໄຫວສົ່ງເສີມການຄ້າ, ທ່ອງທ່ຽວ ຍີ່ປຸ່ນ ຢູ່ນະຄອນ ໂຮ່ຈີມິນ, ງານບຸນປື້ມເລື່ອງ Manga… ງານບຸນດັ່ງກ່າວເພື່ອຍູ້ແຮງການສົ່ງເສີມດ້ານການຄ້າ, ການທ່ອງທ່ຽວ, ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດເວົ້າລວມ, ລະຫວ່າງບັນດາທ້ອງຖິ່ນຂອງ ຍີ່ປຸ່ນ ແລະ ນະຄອນ ໂຮ່ຈີມິນ ເວົ້າສະເພາະ. ຜ່ານນັ້ນ, ສືບຕໍ່ຢືນຢັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິງ, ກວ້າງຂວາງ ແລະ ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ