ຈັດງານລ້ຽງຢ່າງສົມກຽດເພື່ອສະເຫຼີມສະຫຼອງ50ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ກຳປູເຈຍ

(VOVWORLD) -ຕອນຄ່ຳວັນທີ 22 ມິຖຸນາ, ສະຖານທູດຫວຽດນາມ ປະຈຳກຳປູເຈຍໄດ້ ຈັດງານລ້ຽງຢ່າງສົມກຽດເພື່ອຂ່ຳນັບຮັບຕ້ອນ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ກຳປູເຈຍ (24 ມິຖຸນາ 1967 - 24 ມິຖຸນາ 2017) ດ້ວຍການເຂົ້າຮ່ວມຂອງທ່ານປະທານສະພາສູງກຳປູເຈຍ Samdech Say Chhum ພ້ອມກັບເຈົ້າໜ້າທີ່ຂັ້ນສູງແຫ່ງລາຊະອານາຈັກ, ສະພາສູງ, ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການຂອງກຳປູເຈຍ.

ຈັດງານລ້ຽງຢ່າງສົມກຽດເພື່ອສະເຫຼີມສະຫຼອງ50ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ກຳປູເຈຍ - ảnh 1(ທ່ານເອກອັກຄະລັດຖະທູດ ແທກຢື, ກ່າວຄຳເຫັນທີ່ງານລ້ຽງ)

ກ່າວຄຳເຫັນທີ່ງານລ້ຽງ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ແທກຢື ເນັ້ນໜັກວ່າ: ປະຊາຊົນ 2 ປະເທດໄດ້ຮຽງບ່າຮຽງໄຫຼ່, ພ້ອມກັນແບ່ງປັນຄວາມທຸກຄວາມສຸກ, ຜ່ານຜ່າໄລຍະທາງທີ່ລຳບາກກາກກຳ ໃນພາລະກິດຕໍ່ສູ້ປົກປັກຮັກສາເອກະລາດ, ເສລີພາບ, ເອກະພາບປະເທດຊາດ ແລະ ຍາດຄືນສິດໄດ້ມີຊີວິດຂອງປະຊາຊົນ. ທ່ານເອກອັກຄະລັດຖະທູດ ຊີ້ແຈ້ງວ່າ.

        “2 ຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ, ຫວ່າງມໍ່ໆມານີ້ແມ່ນການຢ້ຽມຢາມຂັ້ນສູງເຖິງຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Hun Sen ໃນລະຫວ່າງວັນທີ 20 – 21 ທັນວາ 2016 ແລະ ການຢ້ຽມຢາມກຳປູເຈຍ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໃນລະຫວ່າງວັນທີ 24 – 25 ເມສາ 2017. ຜ່ານບັນດາການຢ້ຽມຢາມ, ການນຳຂັ້ນສູງ 2 ປະເທດລ້ວນແຕ່ຢືນຢັນຄວາມຕັດສິນໃຈພ້ອມກັນເພີ່ມພູນຄຸນສ້າງໃຫ້ແກ່ສາຍພົວພັນ, ຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ 2 ປະເທດ”.

        ໃນບົດກ່າວປາໄສຂອງຕົນທ່ານປະທານສະພາສູງກຳປູເຈຍ Samdech Say Chhum ໄດ້ສະແດງຄວາມເຊື່ອໝັ້ນຢ່າງແນວແນ່ວ່າ, ດ້ວຍຜົນງານ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກຳປູເຈຍ - ຫວຽດນາມ, 2 ຝ່າຍຈະສືບຕໍ່ຍົກສູງນ້ຳໃຈສາມັກຄີມິດຕະພາບ ແລະ ການຮ່ວມມືຢ່າງໃກ້ຊິດສະໜິດສະໜົມ ເພື່ອຄວາມວັດທະນາຖາວອນຂອງ 2 ຊາດ ໃນຖານະເປັນ 2 ປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ພ້ອມກັນເປັນສະມາຊິກຂອງອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ