ຈັດ​ງານ​ວາງ​ສະ​ແດງ “ມໍ​ລະ​ດົກ​ວັດ​ທະ​ນະ​ທຳເຂດ​ທະ​ເລ, ໝູ່ເກາະ ຫວຽດ​ນາມ”

(VOVWORLD) - ງານວາງສະແດງ “ມໍລະດົກວັດທະນະທຳເຂດທະເລ, ໝູ່ເກາະ ຫວຽດນາມ” ຈະດຳເນີນໃນລະຫວ່າງວັນທີ 27 ສິງຫາ ຫາວັນທີ 3 ກັນຍາ ຢູ່ນະຄອນ ຟານທຽດ, ແຂວງ ບິ່ງທ້ວນ.
ຈັດ​ງານ​ວາງ​ສະ​ແດງ “ມໍ​ລະ​ດົກ​ວັດ​ທະ​ນະ​ທຳເຂດ​ທະ​ເລ, ໝູ່ເກາະ ຫວຽດ​ນາມ” - ảnh 1ພາບປະກອບ: ຄະນະຈັດຕັ້ງ

ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດປີທ່ອງທ່ຽວແຫ່ງຊາດ 2023 ດ້ວຍຫົວຂໍ້  “ບິ່ງທ້ວນ - ເຕົ້າໂຮມສີຂຽວ” ເພື່ອແນໃສ່ໂຄສະນາ, ເຊີດຊູບັນດາມູນຄ່າມໍລະດົກວັດທະນະທຳເປັນວັດຖຸ, ບໍ່ເປັນວັດຖຸ ແລະ ຜະລິດຕະພັນການທ່ອງທ່ຽວທີ່ພົ້ນເດັ່ນຂອງເຂດທະເລ, ໝູ່ເກາະ ຫວຽດນາມ.

ໃນງານວາງສະແດງ ຈະມີເຂດວາງສະແດງລວມດ້ວຍຫົວຂໍ້ “ມໍລະດົກວັດທະນະທຳທະເລ, ໝູ່ເກາະ ຫວຽດນາມ” ດ້ວຍພາບຖ່າຍ, ວັດຖຸພັນ ກ່ວາ 270 ຢ່າງ ເພື່ອສ້າງແງ່ມູມສັງລວມກ່ຽວກັບເຂດທະເລ, ໝູ່ເກາະ ຫວຽດນາມ. ໃນຂອບເຂດງານວາງສະແດງຍັງມີເຂດວາງສະແດງ “ສີສັນມໍລະດົກວັດທະນະທຳ, ທະເລໝູ່ເກາະ” ຂອງບັນດາແຂວງ, ນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ