ຈັດຕັ້ງການປະຕິບັດກົດໝາຍວ່າດ້ວຍທີ່ດິນປີ2013ເປັນຢ່າງດີ

ຈັດຕັ້ງການປະຕິບັດກົດໝາຍວ່າດ້ວຍທີ່ດິນປີ2013ເປັນຢ່າງດີ - ảnh 1
ທ່ານ​ລັດຖະມົນຕີ ຫງວຽນ​ມິ​ງກວາງ
(ພາບ: chinhphu.vn)

(vovworld) – ​ຈັດ​ຕັ້ງການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນປີ 2013​ ເປັນ​ຢ່າງ​ດີ - ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ຫງວຽນ​ມິ​ງກວາງ ​ໃນ​ລາຍການ “ປະຊາຊົນ​ຖາມ - ລັດຖະມົນຕີ​ຕອບ” ​ໃນ​ວັນ​ທີ 6/7.

        ທ່ານ​ລັດຖະມົນຕີ ຫງວຽນ​ມິ​ງກວາງ ​ໃຫ້​ຮູ້​ວ່າ: ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ຊຶ່ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຮັບຮອງ​ເອົາ​​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອທີ 6, ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/7/2014 ​ເປັນຕົ້ນ​ໄປ. ດ້ວຍ​ບົດບາດ​ເປັນ​ອົງ​ການ​ເສນາ​ທິການ​ຊ່ວຍ​ລັດຖະບານ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ທີ່​ດິນ, ມາ​ຮອດ​ປະຈຸ​ບັນ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ນາຍົກລັດຖະມົນຕີປະກາດ​ໃຊ້​ຄຳ​ສັ່ງ​ກ່ຽວ​ກັບ​ຜັນ​ຂະຫຍາຍ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ. ກ່ຽວ​ກັບ​ບັນດາ​ຈຸ​ດ​ໃໝ່ທີ່​ສຳຄັນ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ປີ 2013, ທ່ານ​ລັດຖະມົນຕີ ຫງວຽນ​ມິ​ງກວາງ, ​ໃຫ້​ຮູ້​ວ່າ:

        “ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ປີ 2013 ​​ໄດ້​ສືບ​ທອດ​ບັນດາ​ຂໍ້​ກຳນົດ​ທີ່ເໝາະ​ສົມ​ກັບ​ພຶດຕິ​ກຳ​ຕົວ​ຈິງ, ພ້ອມ​ທັງ​ເພີ່ມ​ເຕີມ​ຈຸດ​ໃໝ່​ທີ່ສຳຄັນ​ຫຼາຍ​ຢ່າງ​ເພື່ອ​ແນ​ໃສ່​ຮັບປະກັນ​ການ​ປອງດອງ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດຂອງ​ລັດ, ຜູ້ນຳ​ໃຊ້​ທີ່​ດິນ ​ແລະ ນັກ​ລົງ​ທຶນ. ກົດໝາຍ​ກໍ່​ໄດ້​ກຳນົດ​​ເງື່ອນ​ໄຂ​ກ່ຽວ​ກັບ​ການ​ຊົດ​ເຊີຍທ່ີ​ດິນ, ຊົດ​ເຊີຍ​ຄ່າ​​ໃຊ້​ຈ່າຍລົງທຶນ​ໃນ​ເນື້ອ​ທີ່​ດິນ.​​.​. ​ເອົາ​ໃຈ​ໃສ່​ເຖິງ​ການ​ຫາ​ເງິນລ້ຽງ​ຊີບ​ໃຫ້​ຜູ້​ມີ​ທີ່​ດິນ​ຖືກ​ຖອນ​ຄືນ.​.​. ກົດໝາຍ​ກໍ່​ກຳນົດ​ລາຄາ​ທີ່​ດິນ​ລະອຽດ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ຂັ້ນ​​ແຂວງ​ກຳ​ນົດ, ກຳນົດ​ບົດບາດ​ຂອງ​ການ​ທີ່​ປຶກສາ​ໃນ​ການ​ກຳນົດ​ລາຄາ​ທີ່​ດິນ​ເພື່ອ​ຮັບປະກັນ​ລັກສະນະ​ພາວະ​ວິ​ໄສ.”

ຂ່າວ/ບົດ​ອື່ນ