ຈັດຕັ້ງການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດບຸນປີໃຫມ່CholChnam Thmay ຂອງຊາວເຜົ່າຂະແມ

ຈັດຕັ້ງການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດບຸນປີໃຫມ່CholChnam Thmay ຂອງຊາວເຜົ່າຂະແມ  - ảnh 1
ພາບປະກອບ:internet


(vovworld)- ​ ຕອ​ນ​ເຊົ້າ​ວັນ​ທີ 10/4 ຢູ່ ຫລາຍ​ທ້ອງ​ຖິ່ນ​ເຂດ​ທົ່ງພຽງ​ແມ່ນ​ນຳ້ຂອງ​ພາກ​ໃຕ້​ຫວຽດນາມ ຊື່​ງ​ແມ່ນ​ເຂດ​ທີ່​ມີ​ຊາວ​ເຜົ່າ​ຂະ​ແມ​ດຳລົງ​ຊີວິດ​ເປັນ​ຈຳນວນ​ຫລວງຫລາຍ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃຫມ່ Chol Chnam Thmay 2014. ຢູ່​ແຂວງ ຊອກ​ຈັງ, ມີ​ຜູ້​ແທນ​ກວ່າ 200 ທ່ານ ຊື່​ງ​ແມ່ນ​ພະ​ມະຫາ​ນອາຈານ, ພະ​ອາຈານ, ພະນັກງານຊື່​ງ​ແມ່ນ​ຊາວ​ເຜົ່າ​ຂະ​ແມ, ຄອບຄົວ​ທະ​ຫາຍ​ເສຍ​ອົງຄະ​, ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ, ​ແມ່​ຫວຽດນາມ​ວິລະ​ຊົນ.. ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ​ເນື່ອ​ງ​ໃນ​ໂອກາດ​ບຸນປີ​ໃຫມ່ Chol Chnam Thmay 2014. ທ່ານ ​ເລີມ​ມີ​ງລຽນ, ຫົວຫນ້າ​ຄະນະ​ຊົນ​ເຜົ່າ​ແຂວງ ຈາ​ວີ​ງ ​ໃຫ​້ຮູ້​ວ່າ: “​ແຕ່ລະ​ປີ, ​ແຂວງ ຈາ​ວີ​ງ ລ້ວນ​ແຕ່​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ, ຈັດ​ຕັ້ງ​ຄະນະ​ລົງ​ຢື້​ຢາມ​ຖາມ​ຂ່າວ, ອວຍພອນ​ປີ​ໃຫມ່​ຢູ່​ວັດວາ​ອາ​ຮາມ, ຄອບຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ. ​ໂດຍ​ມີ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດ ​ແລະ ​ແຂວງ ຈາ​ວີ​ງ ​ໄດ​້ຊ່ວຍ​ໃຫ້ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຊາວ​ເຜົ່າ​ຂະ​ແມ ນັບ​ມື້​ນັບ​ຍົກ​ສູງ​ຂຶ້ນ, ​ໂສມ​ຫນ້າ​ຊົນນະບົດ​ນັບ​ມື້​ນັບ​ດີກວ່າ​ເກົ່າ.”ຕອນ​ເຊົ້າ​ໃນ​ວັນ​ດຽວ​ກັນ, ​ຢູ່​ນະຄອນ ​ເກີນ​ເທີ, ຄະນະ​ກຳມະການ​ແນວ​​ໂຮມ​ປະ​ເທດ​ຊາດຫວຽດນາມ ຢູ່ ນະຄອນ ​ເກີນ​ເທີ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບ​ພະສົງ​ສຳມະ​ເນນ, ພະນັກງານ​​ເຮ​ັດວຽກ​ງານ​ຊົນ​ເຜົ່າ ​ແລະ ຄອບຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃຫມ່ Chol Chnam Thmay 2014.

 

 

ຂ່າວ/ບົດ​ອື່ນ