ຈັດຕັ້ງງານບຸນໄຫວ້ພະຈັນໃຫ້ເດັກນ້ອຍໃນທົ່ວປະເທດຢ່າງລອບຄອບຖີ່ຖ້ວນ

(VOVWORLD) -ງານບຸນໄຫວ້ພະຈັນປີ 2018 ຢູ່ນະຄອນໂຮ່ຈິມິນ, ໄດ້ດຳເນີນການເຄື່ອນໄຫວຫຼາຍຢ່າງເພື່ອເບິ່ງແຍງດູແລໃຫ້ແກ່ເດັກນ້ອຍ, ໂດຍສະເພາະແມ່ນບັນດາເດັກທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

ຈັດຕັ້ງງານບຸນໄຫວ້ພະຈັນໃຫ້ເດັກນ້ອຍໃນທົ່ວປະເທດຢ່າງລອບຄອບຖີ່ຖ້ວນ - ảnh 1 ການເຄື່ອນໄຫວຫຼາຍຢ່າງເພື່ອເບິ່ງແຍງດູແລໃຫ້ແກ່ເດັກນ້ອຍ

(ພາບ: TTXVN)

ໃນນັ້ນ, ລາຍການ “ຕິດພັນຄວາມຮັກແພງ” ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົ້ນເດັ່ນທີ່ໄດ້ຈັດຕັ້ງໃຫ້ພວກນ້ອງນ້ອຍເຍົາວະຊົນຢູ່ສູນອຸປະກາລະອນວິຊາອາຊີບ ແລະ ສ້າງວຽກເຮັດງານທຳໃຫ້ຄົນພິການນະຄອນ, ຖືກດຳເນີນໃນຕອນຄ່ຳວັນທີ 22 ກັນຍາ.

        ແລະກໍ່ທີ່ນະຄອນໂຮ່ຈິມິນ, ວັນທີ 22 ກັນຍາ, ສະມາຊິກກຳມະບານນະຄອນໄດ້ຈັດລາຍການ “ຄ່ຳຄືນບຸນເດືອນແຈ້ງ, ມອບທຶນການສຶກສາ ຫງວຽນດຶກແກງ”. ຢູ່ທີ່ນີ້, ຄະນະຈັດຕັ້ງໄດ້ມອບຂອງຂວັນພິເສດຫຼາຍພູດໃຫ້ເດັກພິການ ແລະ ເດັກນ້ອຍທີ່ປະສົບເຄາະຮ້າຍຈາກທາດພິດສີສົ້ມ; ມອບທຶນການສຶກສາໃຫ້ລູກຫຼານຊາວຜູ້ອອກແຮງງານທີ່ບັນລຸຜົນງານສູງໃນການຮ່ຳຮຽນ, ໜູນຊ່ວຍຄ່າຮຽນໃຫ້ເດັກທຸກຍາກ.

        ໃນຊຸມມື້ຜ່ານມາ, ບັນດາອົງການ, ສຳນັກງານ, ອົງການຈັດຕັ້ງມາຫາຊົນຢູ່ແຂວງ ກວາງງ້າຍ ໄດ້ຈັດຕັ້ງບັນດາລາຍການ “ມ່ວນຊື່ນໃນຄ່ຳຄືນເດືອນແຈ້ງ” ໃຫ້ພວກນ້ອງນ້ອຍ. ເນື່ອງໃນໂອກາດນີ້, ສະພາເພື່ອນຮ່ວມກົມກອງແຂວງກວາງງ້າຍ ໄດ້ມອບຂອງຂວັນ 1.600 ພູດໃຫ້ພວກນ້ອງເຍົາວະຊົນຢູ່ບັນດາເມືອງເຂດພູດອຍ, ເດັກກ່ຳພ້າ, ເດັກພິການໃນທົ່ວແຂວງ.

        ແລະກໍ່ໃນວັນທີ 22 ກັນຍາ, ຢູ່ຕາແສງ ບາວທັງ, ເມືອງ ກີເຊີນ, ແຂວງ ເງະອານ; ນະຄອນວູງເຕົາ ແລະ ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດກໍ່ໄດ້ຈັດງານບຸນໄຫວ້ພະຈັນທີ່ມີຄວາມໝາຍຫຼາຍຢ່າງເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ