ຈັດ​ຕັ້ງບັນດາ​ການ​ເຄື່ອນ​ໄຫວ​ຢ່າງຟົດ​ຟື້ນ​ມ່ວນ​ຊືນ ​ເພື່ອ​ສະ​ເຫຼີມສະຫຼອງ 90 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 03 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ດໍາເນີນການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ໄວໜຸ່ມນະຄອນ ໂຮ່ຈີມິນ ເຊື່ອໝັ້ນ ແລະ ຈົງຮັກພັກດີຕໍ່ພັກ”. 
ຈັດ​ຕັ້ງບັນດາ​ການ​ເຄື່ອນ​ໄຫວ​ຢ່າງຟົດ​ຟື້ນ​ມ່ວນ​ຊືນ  ​ເພື່ອ​ສະ​ເຫຼີມສະຫຼອງ 90 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ - ảnh 1 ທ່ານ ຟ້າມຮົ່ງເຊີນ ເລຂາຄະນະຊາວໜຸ່ມນະຄອນໂຮ່ຈີມິນ ກ່າວຄໍາເຫັນໄຂການໂອ້ລົມສົນທະນາ (ພາບ: tuoitre.vn)

        ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 90 ປີ (3/2/1930 – 3/2/2020), ຕອນບ່າຍວັນທີ 03 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ດໍາເນີນການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ໄວໜຸ່ມນະຄອນ ໂຮ່ຈີມິນ ເຊື່ອໝັ້ນ ແລະ ຈົງຮັກພັກດີຕໍ່ພັກ”. ຢູ່ຮ່າໂນ້ຍ, ໂຮງພິມຈໍາໜ່າຍການເມືອງແຫ່ງຊາດ ຊຶເທີດ ກໍໄດ້ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້ “ແນວຄິດປະທານໂຮ່ຈີມິນ ກ່ຽວກັບການກໍ່ສ້າງ ແລະ ປັບປຸງພັກ”. ເພື່ອໃຫ້ສະມາຊິກພັກຜູ້ໜຸ່ມແໜ້ນ ຫວນຄືນມູນເຊື້ອອັນສະຫງ່າອົງອາດຂອງພັກ ກອມມູນິດຫວຽດນາມ ໃນ 90 ປີຜ່ານມາ, ຕອນຄໍ່າວັນທີ 3 ມັງກອນ, ຄະນະຊາວໜຸ່ມແຂວງ ຝູອຽນ ໄດ້ຈັດຕັ້ງເວທີປາໄສ “ໄວໜຸ່ມຝູອຽນ ເຊື່ອໝັ້ນ ແລະ ຈົງຮັກພັກດີຕໍ່ພັກ” ເຊັ່ນດຽວກັນ. ສ່ວນຢູ່ແຂວງດັກນົງ, ໃນວັນດຽວກັນ ກໍໄດ້ຈັດຕັ້ງງານພົບປະສັງສັນ ສະເຫຼີມສະຫຼອງ 90 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ