ຈັດຕັ້ງບຸນປີໃໝ່ປະຈຳຊາດໃຫ້ແກ່: ລາວ, ໄທ, ກຳປູເຈຍ, ມຽນມາ

ຈັດຕັ້ງບຸນປີໃໝ່ປະຈຳຊາດໃຫ້ແກ່: ລາວ, ໄທ, ກຳປູເຈຍ, ມຽນມາ - ảnh 1
ຜູ້ແທນ 4 ປະເທດຮ່ວມພິທີ ​ມັດ​ແຂນບາ​ລີ​ສຸ​ຂັວນ
(ພາບ: atv.org.vn)

(vovworld) – ຕອນ​ຄ່ຳ​ວັນ​ທີ 6/4, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ຮ່າ​ໂນ້ຍ ສົມທົບ​ກັບ​ສະຖານທູດ​ບັນດາ​ປະ​ເທດ ລາວ, ​ໄທ, ກຳປູ​ເຈ​ຍ ​ແລະ ມຽນມາ ປະຈຳ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ລາຍການ​ພົບ​ປະ​ມິດຕະພາບ “ອວຍພອນ​ບຸນ​ປີ​​ໃໝ່​ປະຈຳ​ຊາດ 4 ປະ​ເທດ“. ທ່ານ Dao Van Binh, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຮ່າ​ໂນ້ຍ ​ໄດ້​ຝາກ​ຄຳ​ອວຍພອນ​ປີ​ໃໝ່​ເຖິງ​ຄອບຄົວ, ​ເພື່ອ​ນມິດ ​ແລະ ປະຊາຊົນ​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກ​ເພື່ອ​ນ ​ຈົ່ງມີ​​ແດ່ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີ​ຄວາມ​ຜາ​ສຸກ. ບັນດາ​ຜູ້​ແທນ​​ພ້ອມ​ກັນ​ຮ່ວມ​ພິທີ​ມັດ​ແຂນບາ​ລີ​ສຸ​ຂັວນ, ສົງນ້ຳ​​ພະພຸດທະ​ຮູບ, ຫົດ​ນ້ຳ​ຂໍ​ຄວາມສຸກ ​ແລະ ​ໄດ້​ຮັບ​ຊົ​ມບັນດາ​ລາຍການ​ເພງ​ໂດ​ຍນັກ​ສີ​ລະ​ປິນຫວຽດນາມ, ພະນັກງານ​ສະຖານທູດ ​ແລະ ນັກ​ສຶກສາ​ບັນດາ​ປະ​ເທດ​ນີ້​ສະ​ແດງ. ນອກ​ນັ້ນ ບັນດາ​ຜູ້​ແທນ​ຍັງ​ໄດ້​ຮັບ​ປະທານ​​ບັນດາ​ເຍື່ອງ​ອາຫານຂອງ​ຮ່າ​ໂນ້ຍ ​ແລະ ບັນ​ດາ​ເຍື່ອງ​ອາຫານ​ພື້ນ​ເມືອງ​ໂດຍ​ພະນັກງານ​ສະຖານທູດ​ລາວ, ​ໄທ, ກຳປູ​ເຈຍ, ມຽນມາ ​ປຸງແຕ່ງ​ເອງ​.

ຂ່າວ/ບົດ​ອື່ນ