ຈັດຕັ້ງພິທີບູຊາເຈົ້າຊີວິດຮູ່ງ, ງານບຸນວິຫານຮູ່ງ 2018 ຢ່າງເຄັ່ງຂຶມທີ່ສຸດ

(VOVWORLD) - ຕາມຄະນະຈັດຕັ້ງ, ພິທີບູຊາເຈົ້າຊີວິດຮູ່ງ, ງານບຸນວິຫານຮູ່ງ 2018 ແລ້ວ, ຮອດຈຸດເວລາປະຈຸບັນ, ວຽກງານກະກຽມໃຫ້ແກ່ ພິທີບູຊາເຈົ້າຊີວິດຮູ່ງ - ງານບຸນວິຫານຮູ່ງ 2018

ວັນທີ 21 ເມສາ (ກົງກັບວັນທີ 6 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ພິທີບູຊາເຈົ້າຊີວິດຮູ່ງ -  ງານບຸນວິຫານຮູ່ງ ປີຈໍ 2018 ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍພິທີບູຊາເຈົ້າຊີວິດ ລາກລອງກວນ ແລະ ພິທີຖະຫວາຍທູບທຽນເຈົ້າແມ່ ເອົາເກີ.

ຈັດຕັ້ງພິທີບູຊາເຈົ້າຊີວິດຮູ່ງ, ງານບຸນວິຫານຮູ່ງ 2018 ຢ່າງເຄັ່ງຂຶມທີ່ສຸດ - ảnh 1 ພາບປະກອບ

        ຕາມຄະນະຈັດຕັ້ງ, ພິທີບູຊາເຈົ້າຊີວິດຮູ່ງ, ງານບຸນວິຫານຮູ່ງ 2018 ແລ້ວ, ຮອດຈຸດເວລາປະຈຸບັນ, ວຽກງານກະກຽມໃຫ້ແກ່ ພິທີບູຊາເຈົ້າຊີວິດຮູ່ງ - ງານບຸນວິຫານຮູ່ງ 2018 ໄດ້ກຽມພ້ອມແລ້ວ ດ້ວຍການເຄື່ອນໄຫວວັດທະນະທຳຫຼາຍຢ່າງ ຈະໄດ້ຮັບການຈັດຕັ້ງດ້ວຍຂອບຂະໜາດກ້ວາງຂວາງແຕ່ນະຄອນ ຫວຽດຈີ່ ຕະຫຼອດຮອດໃຈກາງງານບຸນວິຫານຮູ່ງ ແລະ ບັນດາຕາແສງອ້ອມແອ້ມນະຄອນ ຫວຽດຈີ່, ແຂວງ ຟູ໋ເທາະ. ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານ ຫງວຽນຢູຍແອງ, ຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານວິຫານ ຮູ່ງ, ໃຫ້ຮູ້ວ່າ:

        “ການບູຊາວິຫານ ຮູ່ງ, ງານບຸນວິຫານຮູ່ງ ປີ 2018 ໂດຍແຂວງ ຟູ໋ເທາະປະກາດໃຊ້ແຜນການ ແລະ ໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງຕັ້ງໜ້າຈາກບັນດາສະມາຊິກຂອງຄະນະຈັດຕັ້ງ. ແລະ ມາຮອດຈຸດເວລານີ້, ທຸກໆວຽກງານກະກຽມໄດ້ປະຕິບັດສຳເລັດໂດຍພື້ນຖານ. ປີນີ້, ຢູ່ເຂດປູຊະນີຍະສະຖານປະຫວັດສາດ ວິຫານ ຮູ່ງ, ພວກຂ້າພະເຈົ້າໄດ້ວາງສະແດງບັນດາວັດຖຸພັນທີ່ກ່ຽວຂ້ອງເຖິງການເຫຼື້ອມໃສ ບູຊາເຈົ້າຊີວິດຮູ່ງ ແລະ ຍຸກສະໄໝວິຫານຮູ່ງ. ນີ້ແມ່ນສະຖານທີ່ເພື່ອຕ້ອນຮັບພໍ່ແມ່ພີ່ນ້ອງ ແລະ ແຂກທ່ອງທ່ຽວມາຢ້ຽມຊົມ ແລະ ສືບຕໍ່ຊອກຮູ້, ຄົ້ນຄ້ວາຢ່າງເລິກເຊິ່ງກ່ວາກ່ຽວກັບວິຫານ ຮູ່ງ ແລະ ການເຫຼື້ອມໃສ ບູຊາ ເຈົ້າຊີວິດ ຮູ່ງ.”

        ຕາມແຜນການແລ້ວ, ພິທີບູຊາເຈົ້າຊີວິດຮູ່ງ - ງານບຸນວິຫານຮູ່ງ 2018 ໄດ້ຮັບການຈັດຕັ້ງເປັນເວລາ 5 ວັນ, ນັບແຕ່ວັນທີ 21 – 25 ເມສາ 2018 (ກົງກັບວັນທີ 6 – 10/3 ປີຈໍ), ໂດຍແຂວງ ຟູ໋ເທາະ ເປັນເຈົ້າພາບຈັດຕັ້ງ, ໂດຍມີການເຂົ້າຮ່ວມຂອງ 4 ແຂວງນັ້ນແມ່ນທ໋າຍງວຽນ, ກ໋ວາງນາມ, ບີ່ງເຢືອງ ແລະ ກຽນຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ