ຈັດຕັ້ງພິທີສົບທ່ານອະດີດຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວູມ້າວ ຕາມພິທີການຂັ້ນສູງ

(VOVWORLD) -ຄະນະປະຈຳສະພາແຫ່ງຊາດໄດ້ຈັດພິທີສົບຕາມພິທີການຂັ້ນສູງໃຫ້ແກ່ທ່ານ ຫວູມ້າວ
ຈັດຕັ້ງພິທີສົບທ່ານອະດີດຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວູມ້າວ  ຕາມພິທີການຂັ້ນສູງ - ảnh 1 (ພິທີໄວ້ອາໄລທ່ານອະດີດຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວູມ້າວ)

ຕອນເຊົ້າວັນທີ 03 ມິຖຸນາ, ຢູ່ຫໍທຳພິທີສົບແຫ່ງຊາດ ເລກທີ 5 ຖະໜົນ ເຈິ່ນແທັ໊ງຕົງ, ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດໄດ້ຈັດພິທີສົບຕາມພິທີການຂັ້ນສູງໃຫ້ແກ່ທ່ານ ຫວູມ້າວ, ອະດີດກຳມະການຄະນະບໍລິຫານງານສູນກາງພັກ, ອະດີດຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ອະດີດຫົວໜ້າຫ້ອງວ່າການສະພາແຫ່ງຊາດ.

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈິ໊ງ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫວໍວັນເຖືອງ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ເຈືອງທິມາຍ, ພ້ອມດ້ວຍບັນດາການນຳ, ອະດີດການນຳພັກ, ລັດ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ມາໄວ້ອາໄລ. ຂຽນໃສ່ປື້ມໄວ້ອາໄລ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ແບ່ງເບົາຄວາມໂສກເສົ້າເສຍດາຍມາຍັງຄອບຄົວທ່ານ ຫວູມ້າວ, ພ້ອມທັງສະແດງຄວາມເສົ້າສະຫຼົດໃຈຕໍ່ການນຳທີ່ສຸດຈິດສຸດໃຈ, ມີຄວາມກະຕືລືລົ້ນຕໍ່ໜ້າທີ່ວຽກງານເຊິ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.

        ພາຍຫຼັງພິທີໄວ້ອາໄລ, ພິທີປົງສົບທ່ານອະດີດຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວູມ້າວ ໄດ້ດຳເນີນຢູ່ສຸສານ ທຽນດຶກ, ເມືອງ ຟູ່ນິງ, ແຂວງ ຝູເທາະ.

ຕອບກັບ

ຂ່າວ/ບົດ​ອື່ນ