​ຈັດ​ພິ​ທີ​ຊຸມ​ນຸມມິດ​ຕິງ​ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກຳ​ປູ​ເຈຍ

(VOVWORLD) -ຕອນເຊົ້າວັນທີ 22 ມິຖຸນາ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີນໄດ້ຈັດພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ (24/6/1967 – 24/6/2022). 
​ຈັດ​ພິ​ທີ​ຊຸມ​ນຸມມິດ​ຕິງ​ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກຳ​ປູ​ເຈຍ - ảnh 1ທ່ານ Sok Dareth ຫົວໜ້າສະຖານກົງສູນ ແຫ່ງລາຊະອານາຈັກກຳປູເຈຍ ກ່າວຄຳເຫັນທີ່ພິທີ 

ກ່າວຄຳເຫັນທີ່ພິທີ, ທ່ານຟານວັນມາຍ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ໄປພ້ອມກັບການພັດທະນາ ຂອງການພົວພັນລະດັບຊາດລະຫວ່າງ ຫວຽດນາມ ແລະ ກຳປູເຈຍ, ນະຄອນໂຮ່ຈີມິນໄດ້ມານະພະຍາຍາມປະຕິບັດແຜນນະໂຍບາຍຂອງການນຳສອງປະເທດ ປະກອບສ່ວນສຳຄັນຊຸກຍູ້ການພົວພັນສອງຝ່າຍຜ່າການເຄື່ອນໄຫວຮ່ວມມືຢ່າງລະອຽດກັບທ້ອງຖິ່ນຕ່າງໆຂອງກຳປູເຈຍ. ໄລ່ມາຮອດເດືອນ ຕຸລາປີ 2021, ວົງເງິນການຄ້າສອງສົ້ນລະຫວ່າງນະຄອນໂຮ່ຈີມິນ ແລະ ກຳປູເຈຍ ບັນລຸກ່ວາ 230 ລ້ານ USD, ເພີ່ມຂຶ້ນ 12,7%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

        ທ່ານ Sok Dareth ຫົວໜ້າສະຖານກົງສູນ ແຫ່ງລາຊະອານາຈັກກຳປູເຈຍ ປະຈຳ ນະຄອນໂຮ່ຈີມິນຢັ້ງຢືນວ່າ:

        ດ້ວຍທຸກວິທີພວກເຮົາຕ້ອງພ້ອມກັນປົກປ້ອງນ້ຳໃຈມິດຕະພາບ, ເພີ່ມທະວີຄວາມສາມັກຄີອ້າຍນອງແລະການພົວພັນທີ່ເປັນ ມູນເຊື້ອອັນດີງາມ ແລະຫວ່າງສອງຝ່າຍ ໃຫ້ຂຽວສົດງົດງາມ ໝັ້ນຄົງທະໜົງແກ່ນໄປຊົ່ວກາລະນານ. ສະຖານກົງສູນກຳປູເຈຍຍາມໃດກໍ່ປະກອບສ່ວນສ້າງສາ, ປົກປັກຮັກສາເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບແລະການຮ່ວມມື ຢ່າງດີງາມລະຫວ່າງສອງປະເທດ ເວົ້າລວມ ແລະ ລະຫວ່າງນະຄອນຫຼວງ Phnom Penh ແລະ ນະຄອນໂຮ່ຈີມິນເວົ້າສະເພາະຢ່າງສຸດໃຈ, ກໍ່ຄືກັບອົງການ, ຄະນະ, ຂະແໜງການຂອງນະຄອນ ໃຫ້ນັບມື້ນັບເລິກເຊິ່ງ ແລະ ແທດຈິງ, ເພື່ອຜົນປະໂຫຍດລວມຂອງສອງປະເທດ, ສອງຊາດພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ