ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຢູ່ ລັດເຊຍ ຂຶ້ນຢ່າງສົມກຽດ

(VOVWORLD) - ໄຊຊະນະ ດ້ຽນບຽນຝູ ແມ່ນໜຶ່ງໃນບັນດາເຫດການສຳຄັນຍິ່ງ ບໍ່ພຽງແຕ່ສຳລັບການປະຕິວັດຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງສຳລັບຂະບວນການບົດປ່ອຍຊາດໃນທົ່ວໂລກອີກດ້ວຍ
ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຢູ່ ລັດເຊຍ ຂຶ້ນຢ່າງສົມກຽດ - ảnh 1 (ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ດັ້ງມິງຄອຍ)

        ວັນທີ 07 ພຶດສະພາ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ໄດ້ສົມທົບກັບສະມາຄົມວັນນະຄະດີສິລະປະ ຫວຽດນາມ ປະຈຳ ລັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຂຶ້ນຢ່າງສົມກຽດ.

        ທີ່ເຫດການ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ດັ້ງມິງຄອຍ, ຢືນຢັນວ່າ, ໄຊຊະນະ ດ້ຽນບຽນຝູ ແມ່ນໜຶ່ງໃນບັນດາເຫດການສຳຄັນຍິ່ງ ບໍ່ພຽງແຕ່ສຳລັບການປະຕິວັດຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງສຳລັບຂະບວນການບົດປ່ອຍຊາດໃນທົ່ວໂລກອີກດ້ວຍ, ປະກອບສ່ວນປຸກລຸກ ແລະ ລະດົມກຳລັງໃຈບັນດາປະຊາຊາດທີ່ຖືກກົດຂີ່ຂູດຮີດໃນທົ່ວໂລກລູກຮື້ຂຶ້ນຕໍ່ສູ້ຍາດເອົາເອກະລາດ, ເສລີພາບ.

ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຢູ່ ລັດເຊຍ ຂຶ້ນຢ່າງສົມກຽດ - ảnh 2(ທ່ານທູດການທະຫານ ຫວຽດນາມ ປະຈຳ ລັດເຊຍ ເວືອງດັກທັງ)

ສ່ວນທ່ານທູດການທະຫານ ຫວຽດນາມ ປະຈຳ ລັດເຊຍ ເວືອງດັກທັງ, ຊີ້ແຈ້ງວ່າ, ຫວຽດນາມ ຍາດໄດ້ໄຊຊະນະໃນບັ້ນຮົບ ດ້ຽນບຽນຝູ ແມ່ນຍ້ອນການສົມທົບກັນຢ່າງກົມກຽວລະຫວ່າງກຳລັງແຮງຂອງຊາດ ແລະ ກຳລັງແຮງຂອງຍຸກສະໄໝ, ການໜູນຊ່ວຍອັນລ້ຳຄ່າຂອງປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ