ຈີນ ຂຶ້ນພາສີສໍາລັບສິນຄ້າ ອາເມລິກາ ນັບແຕ່ເດືອນ ມິຖຸນາ ເປັນຕົ້ນໄປ

(VOVWORLD) -ຈີນ ຖະແຫຼງວ່າ ຈະຂຶ້ນພາສີສໍາລັບສິນຄ້ານໍາເຂົ້າຈາກ ອາເມລິກາ ທີ່ມີມູນຄ່າ 60 ຕື້ USD ນັບແຕ່ວັນທີ 01 ມິຖຸນາ ປີ 2019 ເປັນຕົ້ນໄປ.

         ຕາມສໍານັກຂ່າວ Bloomberg ແລ້ວ, ໃນແຈ້ງການອອກວັນທີ 13 ພຶດສະພາ ທີ່ໄດ້ລົງໃນເວັບໄຊຂອງລັດຖະບານ ຈີນ ໄດ້ແຈ້ງໃຫ້ຊາບວ່າ ສິນຄ້າ ເກືອບ 2.500 ປະເພດ ຂອງອາເມລິກາ ຈະຖືກຈັດວາງລະດັບອັດຕາພາສີ 25%. ໃນຂະນະນັ້ນ, ສໍານັກຂ່າວ Reuters ໄດ້ຄັດສະເໜີແຫຼ່ງຂ່າວຈາກກະຊວງການເງິນ ຈີນ ເຊິ່ງໃຫ້ຮູ້ວ່າ ປັກກິ່ງຈະຈັດວາງລະດັບອັດຕາພາສີໃໝ່ສໍາລັບສິນຄ້າທັງໝົດ 5.140 ປະເພດ ທີ່ນໍາເຂົ້າຈາກ ອາເມລິກາ.

        ປະຕິກິລິຍາດັ່ງກ່າວ ໄດ້ຮັບຖືວ່າ ແມ່ນເພື່ອແນໃສ່ໂຕ້ຕອບການຕັດສິນຂອງ ອາເມລິກາ ໃນວັນທີ 10 ພຶດສະພາ ຜ່ານມາ ກ່ຽວກັບການຂຶ້ນພາສີສໍາລັບສິນຄ້າທີ່ນໍາເຂົ້າຈາກ ປັກກິ່ງ ເຊິ່ງມີມູນຄ່າ 200 ຕື້ USD ແຕ່ 10% ຂຶ້ນເປັນ 25%. ໄປຄຽງຄູ່ກັນນັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍຮຽກຮ້ອງໃຫ້ທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ຊຸກຍູ້ການຈັດວາງລະດັບອັດຕາພາສີໃໝ່ສໍາລັບປະລິມານສິນຄ້າມີມູນຄ່າ 325 ຕື້ USD ທີ່ນໍາເຂົ້າຈາກ ຈີນ ຖ້າຫາກວ່າ ສອງຝ່າຍບໍ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າ.


ຕອບກັບ

ຂ່າວ/ບົດ​ອື່ນ