ຈີນ: ຂອບ​ຂະ​ໜາດ​ການ​ຄ້າ​ກັບ ຫວຽດ​ນາມ ບັນ​ລຸ​ລະ​ດັບ​ສູງ​ໃໝ່​ໃນ​ເດືອນ ພະ​ຈິກ

(VOVWORLD) - ການນຳເຂົ້າ, ສົ່ງອອກລະຫວ່າງ ຫວຽດນາມ ແລະ ຈີນ ໃນ 11 ເດືອນຂອງປີ 2023 ບັນລຸ 1.450 ຕື້ ຢວັນ (ປະມານ 202 ຕື້ USD), ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,  ກວມເອົາ 25% ການຄ້າລະຫວ່າງ ຈີນ ກັບບັນດາປະເທດ ອາຊຽນ.
ຈີນ: ຂອບ​ຂະ​ໜາດ​ການ​ຄ້າ​ກັບ ຫວຽດ​ນາມ ບັນ​ລຸ​ລະ​ດັບ​ສູງ​ໃໝ່​ໃນ​ເດືອນ ພະ​ຈິກ - ảnh 1ການສົ່ງອອກສິນຄ້າຜ່ານດ່ານ ເຕິນແທັ່ງ (ພາບ: Vietnam+)

ຂໍ້ມູນຈາກ ກົມໃຫຍ່ພາສີ ຈີນ, ທີ່ໄດ້ປະກາດໃນວັນທີ 12 ທັນວາ ໄດ້ຊີ້ໃຫ້ເຫັນວ່າ ການນຳເຂົ້າ, ສົ່ງອອກລະຫວ່າງສອງປະເທດ ຫວຽດນາມ - ຈີນ ມີການເຕີບໂຕເປັນປົກກະຕິ ໃນ 11 ເດືອນຂອງປີ 2023 ນີ້, ໃນນັ້ນ ຂອບຂະໜາດການຄ້າໃນເດືອນ ພະຈິກ ບັນລຸລະດັບສູງໃໝ່.

        ໃນເວັບໄຊຂອງກົມໃຫຍ່ພາສີ ຈີນ ໄດ້ຄັດສະເໜີຕົວເລກສະຖິຕິຂອງອົງການນີ້ ໂດຍໃຫ້ຮູ້ວ່າ: ການນຳເຂົ້າ, ສົ່ງອອກລະຫວ່າງ ຫວຽດນາມ ແລະ ຈີນ ໃນ 11 ເດືອນຂອງປີ 2023 ບັນລຸ 1.450 ຕື້ ຢວັນ (ປະມານ 202 ຕື້ USD), ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,  ກວມເອົາ 25% ການຄ້າລະຫວ່າງ ຈີນ ກັບບັນດາປະເທດ ອາຊຽນ. ໃນນັ້ນ, ການນຳເຂົ້າສົ່ງອອກຂອງສອງປະເທດ ໃນເດືອນພະຈິກ ບັນລຸ 161,92 ຕື້ຢວນ (22,6 ຕື້ USD), ເພີ່ມຂຶ້ນ 12,5%, ເຊິ່ງເປັນລະດັບສູງສະຖິຕິໄລ່ຕາມເດືອນ. ກົມໃຫຍ່ພາສີຂອງ ຈີນ ໄດ້ຕີລາຄາວ່າ, ການຄ້າສິນຄ້າລະຫວ່າງ ຫວຽດນາມ ແລະ ຈີນ ສືບຕໍ່ຮັກສາທ່າພັດທະນາທີ່ດີ. ນັບແຕ່ປີ 2016, ຫວຽດນາມ ຍາມໃດກໍແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງ ຈີນ ໃນ ອາຊຽນ.

ບິກທ້ວນ - ນັກຂ່າວ VOV ປະຈຳ ປັກກິ່ງ


ຕອບກັບ

ຂ່າວ/ບົດ​ອື່ນ