ຈີນ ຄວນເຈລະຈາລວມກັບບັນດາປະເທດທີ່ພວມຍາດຊິງອະທິປະໄຕຕໍ່ກັນ ຢູ່ທະລາຕາເວັນອອກ

ຈີນ ຄວນເຈລະຈາລວມກັບບັນດາປະເທດທີ່ພວມຍາດຊິງອະທິປະໄຕຕໍ່ກັນ ຢູ່ທະລາຕາເວັນອອກ - ảnh 1
ທ່ານ​ສະມາຊິກ​ສະພາ​ສູງອາ​ເມ​ລິ​ກາ John McCain
( ພາບປະກອບຈາກອີນເຕີແນດ )


( vovworld ) -   ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​​ເຂດ​ນ່ານ​ທະ​ເລ​ສາກົນ ​ແລະ ​ເລື່ອງ​ຈີນ ຖື​ວ່າ​ເຂດ​ທະ​ເລ​ຕາ​ເວັນອອກ​ຂຶ້ນ​ກັບ​ພື້ນ​ແຜ່ນດິນຂອງ​ຈີນ ​ແມ່ນ​ຄຳ​ຖະ​ແຫຼ​ງບໍ່​ມີ​ມູນຄວາມ​ຈິງ. ນີ້​ແມ່ນ​ທັດສະນະ​ຂອງ​ທ່ານ​ສະມາຊິກ​ສະພາ​ສູງອາ​ເມ​ລິ​ກາ John McCain ​ໄດ້ຍົກ​ອອກ​ມາ​ໃນ​ການ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກໃນ​ໄລຍະ​ທີ່​ຜ່ານ​ມາ. ​ເພື່ອ​ຢຸດຕິ​ສະພາບ​ປະ​ທະ​ກັນ ກໍ​ຄື​ຮັກ​ສາ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອ​ດ​ໄພ​ໃນ​ພາກ​ພື້ນ, ທ່ານ​ສະມາຊິກ​ສະພາ​ສູງ John McCain ​ໄດ້​ຖື​ວ່າ.

        “ ຈີນ ຄວນເຈລະຈາ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຄື ຟີ​ລິບ​ປີນ, ຫວຽດນາມ, ອີນ​ໂດ​ເນ​ເຊຍ ​ແລະ ບັນດາ​ປະ​ເທດ​ອື່ນໆ ທີ່ມີ​ຜົນ​ປະ​​ໂຫຍ​ດ​ໃນ​ພາ​ກພື້ນ ​ແລະ ບັນດາ​ປະ​ເທດ​ທີ່​ເອົາ​ໃຈ​ໃສ່​ເຖິງ​ການ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ບັນດາ​ການ​ເຈລະຈາ​ນັ້ນ​ຈະ​ມີ​ປະ​ສິດທິ​ຜົນ. ຍຸດ​ທະ​ສາດ​ຂອງ​ຈີນ ​ໃນ​ປະຈຸ​ບັນ​ແມ່ນ​ເຈລະຈາ​ກັບ​ແຕ່ລະ​ປະ​ເທດ, ​ແຕ່​ຂ້າພະ​ເຈົ້າ​ຖື​ວ່າ ນັ້ນແມ່ນ​ວິທີ​ເຈລະຈາ​ທີ່​ບັນດາ​ປະ​ເທດ​ບໍ່ຄວນ​ດຳ​ເນີນ, ຫາກ​ບັນດາ​ປະ​ເທດ​ຄວນ​ປະຕິບັດຕາມ​ທິດ​ເຈລະຈາ​ລວມ ”.
ຂ່າວ/ບົດ​ອື່ນ