ຈີນ ຊັ່ງຊາຍົກເລີກການເຈລະຈາດ້ານການຄ້າກັບ ອາເມລິກາ

(VOVWORLD) -  ວັນທີ 05 ພຶດສະພາ, ໜັງສືພິມ The Wall Street Journal ໃຫ້ຮູ້ວ່າ: ຈີນ ພວມຊັ່ງຊາຍົກເລີກບັນດາການເຈລະຈາກັບ ອາເມລິກາ ໃນອາທິດນີ້ິ້ ພາຍຫລັງທ່ານປະທານາທິບໍດີ ອາເມລິກາ Donald Trump ນາບຂູ່ວ່າ ຈະເພີ່ມພາສີອາກອນສຳລັບສິນຄ້ານຳເຂົ້າຈາກ ຈີນ.

ຈີນ ຊັ່ງຊາຍົກເລີກການເຈລະຈາດ້ານການຄ້າກັບ ອາເມລິກາ - ảnh 1 ຈີນ ຊັ່ງຊາຍົກເລີກການເຈລະຈາດ້ານການຄ້າກັບ ອາເມລິກາ

ຂໍ້ມູນຂ່າວສານດັ່ງກ່າວ ໄດ້ຍົກອອກມາພາຍຫລັງທ່ານປະທານາທິບໍດີ Donald Trump ປະກາດລະດັບພາສີອາກອນສຳລັບສິນຄ້າທີ່ມີມູນຄ່າ 200 ຕື້ USDຈາກ ຈີນ ໃນສື່ສັງຄົມອອນລາຍ Twitter ຈະເພີ່ມແຕ່ 10% ຂຶ້ນເປັນ 25% ໃນວັນທີ 10 ພຶດສະພາ ຈະມາເຖິງ, ພ້ອມທັງນາບຂູ່ວ່າ ຈະຈັດວາງອັດຕາພາສີ 25% ສຳລັບສິນຄ້າອື່ນໆທີ່ມີມູນຄ່າ 325 ຕື້ USD ຂອງປະເທດນີ້ໃນໄວໆນີ້.

        ຕາມແຜນການແລ້ວ, ຄະນະປະຕິບັດງານ ຈີນ ຈະໄປ ວໍຊີງຕັນ, ໂດຍທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ນຳໜ້າ ໃນວັນທີ 08 ພຶດສະພາ ເພື່ອເລີ່ມຕົ້ນການເຈລະຈາດ້ານການຄ້າຕຮອບໃໝ່. ໃນສະພາບການນີ້, ຄຳກ່າວເຕືອນຂອງທ່ານປະທານາທິບໍດີ Trump ຄືແມ່ນ “ໄລຍະເວລາສຸດທ້າຍ” ໃໝ່ ແລະ ກໍ່ຄວາມກົດດັນຢ່າງແຮງກັບ ປັກກິ່ງ. ການກະທຳນີ້ ເຮັດໃຫ້ 2 ປະເທດຍາກທີ່ຈະບັນລຸໄດ້ຂໍ້ຕົກລົງ ແນໃສ່ຢຸດຕິສົງຄາມການຄ້າທີ່ແກ່ຍາວມາເປັນເວລາຫລາຍເດືອນຜ່ານມາ ເຮັດໃຫ້ການເຕີບໂຕທົ່ວໂລກຊັກຊ້າ ກໍ່ຄືບັນດາຕະຫລາດຖືກຢຸດສະງັກ.

ຕອບກັບ

ຂ່າວ/ບົດ​ອື່ນ