ຈີນ ຍົກ​ອອກ​ແນວຄິດ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາຫຼີ

(VOVWORLD) - ວັນທີ 29 ມິຖຸນາ, ທ່ານ ເກິງສາງ ຮອງຫົວໜ້າຄະນະຜູ້ຕາງໜ້າຈີນ ປະຈຳ ສປຊ ໄດ້ຖືວ່າກການຫັນປ່ຽນຈາກສົນທິສັນຍາຢຸດຍິງ ໃນປັດຈຸບັນ ກາຍເປັນກົນໄກຮ່ວມມື ແມ່ນຂໍ້ກຸນແຈ ເພື່ອແກ້ໄຂບັນຫາແຫຼມເກົາຫຼີ.

ຈີນ ຍົກ​ອອກ​ແນວຄິດ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາຫຼີ - ảnh 1ທ່ານ ເກິງສາງ ຮອງຫົວໜ້າຄະນະຜູ້ຕາງໜ້າຈີນ ປະຈຳ ສປຊ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ສະມັດຊາໃຫຍ່ ສປຊ ກ່ຽວກັບບັນຫານິວເຄຼຍ ຢູ່ແຫຼມເກົາຫຼີ, ທ່ານ ເກິງສາງ ໄດ້ເນັ້ນໜັກວ່າ ເພື່ອແກ້ໄຂບັນດາພື້ນຖານຢູ່ແຫຼມເກົາຫຼີນີ້, ຕ້ອງປະຕິບັດຂັ້ນຕອນຫັນປ່ຽນຈາກການຢຸດຍິງກາຍເປັນກົນໄກສັນຕິພາບ ເຊິ່ງ ຈີນໄດ້ຮຽກຮ້ອງ ແລະ ຕັ້ງໜ້າປະຕິບັດໃນຫຼາຍປີຜ່ານມາ.

ທ່ານສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການຄວາມເຄັ່ງຕຶງ ແລະ ສູ້ຢັນກັນທີ່ພວມເກີດຂຶ້ນຢູ່ແຫຼມເກົາຫຼີ, ພ້ອມທັງຍົກໃຫ້ເຫັນຢ່າງຈະແຈ້ງບັນດາຜົນກະທົບທີ່ໃຫຍ່ຫຼວງຕໍ່ສະຖຽນລະພາບຂອງພາກພື້ນ ແລະ ທົ່ວໂລກ. ທ່ານເກິງສາງ ໄດ້ຮຽກຮ້ອງການຮ່ວມມືຈາກທຸກຝ່າຍ, ພິເສດແມ່ນ ອາເມລິກາ, ພ້ອມທັງເລັ່ງທວງໃຫ້ ອາເມລິກກາພິຈາລະນາຄືນໃໝ່ ວິທີການສຳຜັດຂອງປະເທດນີ້ ຕໍ່ບັນດາການພົວພັນສາກົນ ແລະ ວິທີການແກ້ໄຂການປະທະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ