ຈີນ, ຍີ່ປຸ່ນ ເຈລະຈາດ້ານ ປ້ອງກັນຊາດ ກ່ຽວກັບກົນໄກຕິດຕໍ່ພົວພັນບົນທະເລ

ຈີນ, ຍີ່ປຸ່ນ ເຈລະຈາດ້ານ ປ້ອງກັນຊາດ ກ່ຽວກັບກົນໄກຕິດຕໍ່ພົວພັນບົນທະເລ - ảnh 1
ກຳ່ປັນຂອງກຳລັງປ້ອງກັນທະເລ ຍີ່ປຸ່ນ
(ພາບ:AFP/ສຳນັກຂ່າວສານ ຫວຽດນາມ)

(vovworld) - ສຳນັກ​ຂ່າວສານ Kyodo ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ ​ໂດຍ​ໃຫ້​ຮູ້​ວ່າ: ວັນ​ທີ 26/4, ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂອງປະ​ເທດ​ນີ້ ​ແລະ ຈີນ ​ໄດ້​ພົບ​ປະກັນ​ຢູ່ ປັກ​ກິ່ງ ​ເພື່ອ​ປຶກສາ​ຫາລື ກ່ຽວ​ກັບ​ບັນດາ​ມາດ​ຕະການ​ແນ​​ໃສ່​ຫຼີກ​ລ້ຽງ​ການ​ປະ​ທະ​ກັນ​ດ້ານການ​ທະຫານ ກໍ່​ຄື​ບັນດາ​ເຫດການ​ທີ່​ເກີດ​ຂຶ້ນໃນ​ທະ​ເລ​ຮວາຕຸງ. ​ແຫຼ່ງຂ່າວ​ລະອຽດ​ກ່ຽວ​ກັບ​ການ​ພົບ​ປະບໍ່​ໄດ້​ເຜີຍ​ແຜ່​ເທື່ອ, ​ແຕ່​ຄະນະ​ປະ​ຕິບັດ​ງານ ຍີ່​ປຸ່ນ, ​ໂດຍ​ຫົວໜ້າ​ກົມ​ນະ​ໂຍບາຍ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ Hideshi Tokuchi ນຳ​ໜ້າ, ​ໄດ້​ຮັບ​ຖື​ວ່າໄດ້​ຊຸກຍູ້​ຝ່າຍ ຈີນ ສ້າງ​ຕັ້ງ​ກົນ​ໄກ​ຕິດ​ຕໍ່​ພົວພັນ 2 ຝ່າຍ​ບົນ​ທະ​ເລ​ເພື່ອ​ຄຸ້ມ​ຄອງ​ວິ​ກິດ​ການ​ໂດຍ​ໄວ. ນອກ​ຈາກ​ນັ້ນ, ຝ່າຍ ຍີ່ປຸ່ນ ອາດ​ຈະ​ຍົກ​ອອກ​ບັນຫາ​ກຳ່​ປັ່ນ​ສູ້​ຮົບ​ຂອງ ຈີນ ​ໄດ້ຫັນ ຣາດາ ບັນຊາກຳລັງ​ໄຟ ​ເຂົ້າກຳ່​ປັ່ນ​ລຳ​ໜຶ່ງ​ຂອງ ຍີ່ປຸ່ນ​ ຢູ່​ທະ​ເລ ຮວາຕຸ​ງ ​ເມື່ອ​ເດືອນ 1 ທີ່​ຜ່ານ​ມາ. ວົງ​ການ​ເຈົ້າ​ໜ​້າທີ່​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ ​ແລະ ຈີນ ບໍ່​ມີ​ການ​ພົບ​ປະ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ອຳນາດ​ການ​ປົກຄອງ ​ໂຕ​ກຽວ ດຳ​ເນີນ​ການຫັນ 3 ​ໃນ​ຈຳນວນເກາະ 5 ​ແຫ່ງທີ່​ສັງກັດ ໝູ່​ເກາະ Senkaku ຈາກ​ກຳມະສິດ​ເອກະ​ຊົນ​​ໃຫ້​ເປັນ​ຂອງ​ລັດເມື່ອ​ເດືອນ 9/2012.

ຂ່າວ/ບົດ​ອື່ນ